ຫ້ອງວ່າການເມືອງປາກລາຍ ອອກແຈ້ງການສະບັບເລກທີ 892/ຫວມ ລົງວັນທີ 30 ຕຸລາ 2026 ເລື່ອງ ຫ້າມລົດສ່ວນຕົວ, ລົດຂົນສົ່ງສິນຄ້າ ປະກາດທາງສື່ອອນລາຍເພື່ອຮັບເອົາຄົນ ໂດຍສານຮ່ວມເດີນທາງ ຢ່າງເດັດຂາດ.
ເພື່ອເຮັດໃຫ້ການຂົນສົ່ງໂດຍສານທາງບົກມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼີກລ່ຽງຜົນກະທົບຕໍ່ຜູ້ປະກອບການຂົນສົ່ງທາງບົກ.
ໃນໄລຍະຜ່ານມາ ເຫັນວ່າມີລົດຂົນສົ່ງສ່ວນບຸກຄົນ (ລົດສ່ວນຕົວປ້າຍເຫຼືອງ), ລົດຂົນສົ່ງສິນຄ້າ ທີ່ແລ່ນຕາມເສັ້ນທາງລະຫວ່າງ ເມືອງປາກລາຍ – ເມືອງໄຊຍະບູລີ, ເມືອງປາກລາຍ – ເມືອງແກ່ນທ້າວ, ເມືອງປາກລາຍ ຫາ ຕ່າງແຂວງ ໂດຍເຈົ້າຂອງລົດເກັບເອົາຄົນໂດຍສານ ແລະ ໄດ້ປະກາດລົງທາງສື່ອອນລາຍ ເພື່ອຫາຄົນໂດຍສານຮ່ວມເດີນທາງນໍາ ແລະ ເກັບເງິນຄ່າໂດຍສານນໍາຜູ້ຮ່ວມເດີນທາງ ເຊິ່ງການກະທໍາດັ່ງກ່າວນັ້ນ ແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ຍັງສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການລົດຂົນສົ່ງໂດຍສານ.
ໃນກໍລະນີຝ່າຝືນ ເຈົ້າໜ້າທີ່ກວດກາພົບເຫັນ ແມ່ນຈະໄດ້ ປັບໃໝ ແລະ ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ.