ເພື່ອເປັນການສົ່ງເສີມອາຊີບໃຫ້ຊາວກະສິກອນ ແລະ ສ້າງລາຍຮັບໃຫ້ຜູ້ປະກອບການ (Start up) ຂະໜາດນ້ອຍ ແລະ ກາງ ໂດຍການໝູນໃຊ້ພູມປັນຍາ ແລະ ທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ ຂອງລາວ, ສະຫະພາບເອີຣົບປະຈໍາ ສປປ ລາວ ໄດ້ຮ່ວມກັບ ລັດຖະບານເຢຍລະມັນ ໃຫ້ທຶນສົມທົບໃນການຈັດຕັ້ງປະຕິບັດໂຄງການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນານາພັນແບບຍືນຍົງ ໂດຍໄດ້ມອບໃຫ້ອົງການ GIZ ລາວ ຮ່ວມມືຢ່າງໃກ້ຊິດກັບ ກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການໃຫ້ຄໍາແນະນໍາທາງດ້ານເຕັກນິກວິຊາການຕ່າງໆ ທີ່ສອດຄ່ອງກັບຫຼັກວິທະຍາສາດ ແລະ ລະບຽບຫຼັກການກ່ຽວຂ້ອງ ສາມາດສ້າງໄດ້ຜູ້ປະກອບການ ແລະ ຜະລິດຕະພັນໃໝ່ຫຼາຍຊະນິດກຽມອອກສູ່ຕະຫຼາດ ຊຶ່ງລວມມີນໍ້າເຜິ້ງດອກກາເຟ, ນໍ້າເຜິ້ງ 100%, ສະບູ່ ແລະ ເຂົ້າໜົມນໍ້າເຜິ້ງ, ຜະລິດຕະພັນຈາກເສດຂີ້ເຜິ້ງ, ເຮືອນລ້ຽງເຜິ້ງທັນສະໄໝ, ອຸປະກອນຕິດຕາມລະບົບເຮືອນເຜິ້ງອັດສະລິຍະ, ຜະລິດຕະພັນຈາກເຫັດແດງ (ຊາ, ເຄື່ອງປຸງລົດອາຫານ, ເຫັດແດງແຫ້ງ), ຜະລິດຕະພັນຈາກເປືອກປໍສາ ແລະ ຫັດຖະກໍາເຄື່ອງຈັກສານ, ຖ່ານຫຸງຕົ້ມອັດແທ່ງຈາກເສດຂີ້ເລື່ອຍ, ພາຊະນະໃສ່ອາຫານຈາກເປືອກໄມ້ ແລະ ສີຍ້ອມຜ້າຈາກພືດທໍາມະຊາດ ເປັນຕົ້ນ.
ໂດຍໄດ້ຮັບການຊຸກຍູ້ສົ່ງເສີມຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ ໃນການດ້ານຕ່າງໆ, ເຮັດໃຫ້ບັນດາຜະລິດຕະພັນດັ່ງກ່າວ ໄດ້ຮັບຄວາມສົມໃຈ ແລະ ໄດ້ຮັບການສັ່ງຊື້ເປັນຈໍານວນຫຼາຍ ຈາກຄົວເຮືອນ ແລະ ພາກຫົວໜ່ວຍທຸລະກິດຜູ້ປະກອບການຮ້ານອາຫານ, ໂຮງແຮມ, ຮ້ານຂອງທີ່ລະນຶກຕ່າງໆ ໃນງານວາງສະແດງຜະລິດຕະພັນ ທີ່ແຂວງຫຼວງພະບາງ ໃນວັນທີ 22 ຕຸລາຜ່ານມາ.