ສາທາລະນະລັດປະຊາທິປະໄຕຄອງໂກ (DR Congo) ກຳລັງເຜີຍກັບການລະບາດຂອງພະຍາດອີໂບລາ ສາຍພັນບຸນດີບູກຽວ (Bundibugyo) ໂດຍມີລາຍງານວ່າ ຈຳນວນຜູ້ເສຍຊີວິດພາຍໃນປະເທດເພີ່ມຂຶ້ນເກີນ 5,000 ຄົນ ນັບເປັນການລະບາດທີ່ຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ.
ຕາມລາຍງານຂ່າວຈາກຕ່າງປະເທດ ເມື່ອວັນທີ 1 ພະຈິກ 2026 ແຈ້ງວ່າ ຂໍ້ມູນທາງການຂອງລັດຖະບານຄອງໂກຢືນຢັນວ່າ ນັບຕັ້ງແຕ່ຕົ້ນປີ 2026 ນີ້ ຈຳນວນຜູ້ເສຍຊີວິດຈາກການລະບາດຂອງອີໂບລາໄດ້ເພີ່ມຂຶ້ນຫຼາຍກວ່າ 5,000 ຄົນ ສະທ້ອນໃຫ້ເຫັນເຖິງຄວາມຫຍຸ້ງຍາກຂອງເຈົ້າໜ້າທີ່ໃນການຄວບຄຸມການແຜ່ລະບາດຄັ້ງນີ້.
ເຊື້ອໄວຣັສທີ່ເປັນສາເຫດແມ່ນ ເຊື້ອອີໂບລາສາຍພັນບຸນດີບູກຽວ ເຊິ່ງເປັນສາຍພັນທີ່ບໍ່ຄ່ອຍກວດພົບ. ຕາມລາຍງານຂ່າວແຈ້ງວ່າ ສາຍພັນນີ້ຍັງບໍ່ມີວັກຊີນ ຫຼື ວິທີການປິ່ນປົວທີ່ໄດ້ຮັບການຮັບຮອງ ແລະ ນັບຕັ້ງແຕ່ມີການປະກາດການລະບາດໃນເດືອນພຶດສະພາ 2026 ຜ່ານມານີ້ ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 10,000 ຄົນ.
ປັດໄຈສຳຄັນທີ່ເຮັດໃຫ້ການລະບາດແຜ່ກະຈາຍຢ່າງວ່ອງໄວ ປະກອບມີການກວດພົບຜູ້ຕິດເຊື້ອທີ່ລ່າຊ້າ, ບັນຫາຄວາມຂັດແຍ່ງພາຍໃນປະເທດ ແລະ ລະບົບສາທາລະນະສຸກທີ່ຂາດແຄນຊັບພະຍາກອນ. ປັດຈຸບັນມີພາກພື້ນທີ່ໄດ້ຮັບຜົນກະທົບແລ້ວ 8 ແຂວງ ຈາກທັງໝົດ 26 ແຂວງ ແລະ ມີລາຍງານວ່າ ຜູ້ເສຍຊີວິດຈຳນວນຫຼາຍແມ່ນເສຍຊີວິດຢູ່ນອກສູນປິ່ນປົວ.
ການລະບາດຄັ້ງນີ້ ຖືເປັນການລະບາດຂອງອີໂບລາຄັ້ງໃຫຍ່ອັນດັບ 2 ຂອງໂລກ ຮອງຈາກການລະບາດໃນໄລຍະປີ 2014-2016 ທີ່ປະເທດກິນີ, ໄລບີເຣຍ ແລະ ເຊຍຣາລີໂອນ ໂດຍຄັ້ງນັ້ນມີຜູ້ຕິດເຊື້ອຫຼາຍກວ່າ 28,600 ຄົນ ແລະ ເສຍຊີວິດຫຼາຍກວ່າ 11,000 ຄົນ.
ຂະນະດຽວກັນ ໃນອາທິດຜ່ານມາ ໄນຈີເຣຍໄດ້ກາຍເປັນປະເທດທີ 4 ຂອງທະວີບອາຟຣິກາທີ່ໄດ້ລາຍງານການພົບຜູ້ຕິດເຊື້ອອີໂບລາ ສົ່ງຜົນໃຫ້ການແຜ່ລະບາດຂະຫຍາຍຈາກອາຟຣິກາກາງໄປສູ່ອາຟຣິກາຕາເວັນຕົກ. ໂດຍກ່ອນໜ້ານີ້ ປະເທດເຄນຢາ ແລະ ອູກັນດາ ກໍໄດ້ລາຍງານການພົບຜູ້ປ່ວຍແລ້ວເຊັ່ນກັນ.