ລັດຖະບານຫວຽດນາມ ປະກາດປັບຫຼຸດອັດຕາພາສີການບໍລິໂພກພິເສດ (Special Consumption Tax: SCT) ສຳລັບນ້ຳມັນແອັດຊັງທຸກປະເພດເຫຼືອ 0% ຊົ່ວຄາວ ຕັ້ງແຕ່ວັນທີ 1 ພະຈິກ 2026 ຫາວັນທີ 31 ມີນາ 2027 ເພື່ອຊ່ວຍຮັກສາສະຖຽນລະພາບຕະຫຼາດນ້ຳມັນພາຍໃນປະເທດ ພ້ອມຫຼຸດຕົ້ນທຶນດ້ານພະລັງງານໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ.
ແຈ້ງການດັ່ງກ່າວ ປະກາດນຳໃຊ້ພາຍໃຕ້ ມະຕິເລກທີ 45/2026/NQ-CP ລົງວັນທີ 31 ຕຸລາ 2026 ເຊິ່ງລົງນາມໂດຍທ່ານ ຫງວຽນ ວັນ ຖັງ (Nguyen Van Thang) ຮອງນາຍົກລັດຖະມົນຕີຫວຽດນາມ. ມະຕິນີ້ກຳນົດໃຫ້ພາສີບໍລິໂພກພິເສດສຳລັບນ້ຳມັນແອັດຊັງທຸກປະເພດເປັນ 0% ແລະ ມີຜົນບັງຄັບໃຊ້ຈົນເຖິງໝົດເດືອນມີນາ 2027. ແຕ່ຖ້າມີເຫດການ ຫຼື ຄວາມຈຳເປັນສາມາດປັບໄລຍະເວລາໃຫ້ສັ້ນລົງ ຫຼື ຂະຫຍາຍເພີ່ມອອກໄດ້ ໂດຍກະຊວງອຸດສາຫະກຳ ແລະ ການຄ້າຈະສະເໜີຄວາມເຫັນຕໍ່ກະຊວງການເງິນ ເພື່ອນຳສະເໜີຕໍ່ລັດຖະບານພິຈາລະນາ.
ກ່ອນການປັບຫຼຸດຄັ້ງນີ້ ກົດໝາຍພາສີການບໍລິໂພກພິເສດຂອງຫວຽດນາມ ທີ່ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ 2026 ໄດ້ກຳນົດອັດຕາພາສີນ້ຳມັນແອັດຊັງທຳມະດາໄວ້ທີ່ 10% ສ່ວນນ້ຳມັນຊີວະພາບ E5 ຢູ່ທີ່ 8% ແລະ E10 ຢູ່ທີ່ 7%. ການປັບຫຼຸດເຫຼືອ 0% ໃນຄັ້ງນີ້ຈຶ່ງເປັນການຫຼຸດພາສີລົງຈາກອັດຕາເດີມທັງໝົດ.
ຫວຽດນາມເຄີຍນຳໃຊ້ມາດຕະການຫຼຸດພາສີນ້ຳມັນເຫຼືອ 0% ມາແລ້ວໃນໄລຍະທ້າຍເດືອນມີນາ ຫາ ເດືອນມິຖຸນາ 2026 ເພື່ອຊ່ວຍຕະຫຼາດພະລັງງານພາຍໃນປະເທດ. ນອກຈາກນັ້ນ ພາສີປົກປ້ອງສິ່ງແວດລ້ອມສຳລັບນ້ຳມັນແອັດຊັງ ແລະ ຜະລິດຕະພັນນ້ຳມັນອື່ນໆ ກໍຍັງຄົງຢູ່ທີ່ 0 ດົງຕໍ່ລິດ. ການຍົກເວັ້ນການຍື່ນແບບເສຍອາກອນ ແລະ ຊຳລະພາສີມູນຄ່າເພີ່ມ (VAT) ສຳລັບຜະລິດຕະພັນນ້ຳມັນກຸ່ມນີ້ ກໍຍັງມີຜົນຕາມນະໂຍບາຍທີ່ຂະຫຍາຍໄລຍະໄປຈົນໝົດປີ 2026.
ຫຼັງຈາກມາດຕະການມີຜົນບັງຄັບໃຊ້ ລາຄາຂາຍຍ່ອຍນ້ຳມັນແອັດຊັງໃນຫວຽດນາມກໍປັບຫຼຸດລົງ. ຕາມຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ການຄ້າ ນ້ຳມັນ E5 RON 92 ຫຼຸດລົງ 1.804 ດົງຕໍ່ລິດ (ປະມານ 1500-1600) ເຫຼືອລາຄາສູງສຸດ 24.223 ດົງຕໍ່ລິດ (ປະມານ 21,000 – 21,200 ກີບ) ຂະນະທີ່ E10 RON 95-III ຫຼຸດລົງ 1.575 ດົງຕໍ່ລິດ (1,300 ຫາ 1,400 ກີບ) ເຫຼືອ 24.159 ດົ່ງຕໍ່ລິດ (ປະມານ 21,000 ກີບ) ໂດຍລາຄາໃໝ່ເລີ່ມໃຊ້ຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 1 ພະຈິກ 2026.
ລັດຖະບານຫວຽດນາມແຈ້ງວ່າ ການຫຼຸດພາສີນ້ຳມັນຄັ້ງນີ້ ມີເປົ້າໝາຍຊ່ວຍຫຼຸດຕົ້ນທຶນການຜະລິດ ແລະ ການດຳເນີນທຸລະກິດ ພ້ອມຊ່ວຍຫຼຸດພາລະຄ່າໃຊ້ຈ່າຍໃຫ້ຄອບຄົວ ແລະ ບັນເທົາອັດຕາເງິນເຟີ້. ເນື່ອງຈາກລາຄາພະລັງງານໃນຕະຫຼາດໂລກ ແລະ ອັດຕາແລກປ່ຽນຍັງມີຄວາມຜັນຜວນ ລັດຖະບານຈຶ່ງຕ້ອງການຮັກສາສະຖຽນລະພາບລາຄາພາຍໃນ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ທັງນີ້ ມາດຕະການດັ່ງກ່າວຄອບຄຸມສະເພາະພາສີການບໍລິໂພກພິເສດສຳລັບນ້ຳມັນແອັດຊັງ ບໍ່ແມ່ນການຍົກເລີກພາສີທຸກປະເພດຂອງນ້ຳມັນ ແລະ ບໍ່ໄດ້ໝາຍຄວາມວ່ານ້ຳມັນທຸກປະເພດຈະມີລາຄາຫຼຸດລົງໃນອັດຕາດຽວກັນ.
ແຫຼ່ງຂ່າວ: Vietnam News Agency (VNA)