ອະນຸຍາດແລ້ວ 7 ເມືອງໃນ ນວ ຂຸດຄົ້ນດິນປະເພດຕ່າງໆ ເລີ່ມ 1 ພະຈິກນີ້

31 Oct 2026

ຄລິກແຊຣ໌ 4 Facebook WhatsApp

ພະແນກອຸດສາຫະກຳ ແລະ ການຄ້າ ອອກໜັງສືແຈ້ງການເລກທີ ສະບັບເລກທີ 3211/ພອຄ.ນວ ລົງວັນທີ 23 ຕຸລາ 2026 ເລື່ອງ: ການເປີດບໍ່ຂຸດຄົ້ນດິນແດງ ແລະດິນປະເພດຕ່າງໆ ໃນນະຄອນຫຼວງວຽງຈັນ ປະຈໍາປີ 2026-2027

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາເຖິງທ່ານ ຊາບດັ່ງລຸ່ມນີ້:

1. ການອະນຸຍາດເປີດບໍ່ຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆໃນນະຄອນຫຼວງວຽງຈັນ ປະຈໍາປີ 2026-2027 ເຊິ່ງເລີ່ມແຕ່ວັນທີ 1 ພະຈິກ 2026 ຫາ ວັນທີ 30 ມິຖຸນາ 2027.

2. ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ປະຈຳເມືອງ 7 ເມືອງໃນນະຄອນຫຼວງວຽງຈັນ ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ຕາແສງ ແລະ ບ້ານທີ່ກ່ຽວຂ້ອງ ເມື່ອມີລາຄາອະນຸຍາດຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆໃນຂອບເຂດເມືອງຕົນຮັບຜິດຊອບ (ຕາມການແບ່ງຂັ້ນຄຸ້ມຄອງ) ແລະ ລາຍງານໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮັບຊາບເປັນແຕ່ລະໄລຍະ;

3. ບັນດາພາກສ່ວນທາງພາກລັດ, ເອກະຊົນ ຈົ່ງຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ