ໃນວັນທີ 29 ຕຸລາ 2026, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດເຂົ້າຮ່ວມພິທີຕີຄ້ອງ (Gong ceremony) ເພື່ອສະເຫຼີມສະຫຼອງການຈົດທະບຽນພັນທະບັດລັດຖະບານ ແຫ່ງ ສປປ ລາວ ມູນຄ່າ 500 ລ້ານໂດລາສະຫະລັດ ອາຍຸ 5,5 ປີ ຢ່າງເປັນທາງການທີ່ຕະຫຼາດຫຼັກຊັບຮົງກົງ (Hong Kong Stock Exchange).
ການອອກພັນທະບັດຂອງ ສປປ ລາວ ໃນຄັ້ງນີ້ ເປັນການອອກພັນທະບັດສາກົນທີ່ມີມູນຄ່າສູງທີ່ສຸດ ທຽບໃສ່ການອອກພັນທະບັດຜ່ານມາແລະ ເປັນຄັ້ງທຳອິດທີ່ໄດ້ຖືກບັນຈຸເຂົ້າໃນດັດຊະນີມາດຕະຖານຕະຫລາດກຳລັງພັດທະນາ(Emerging Markets Bond Index(EMBI)) ພັນທະບັດດັ່ງກ່າວໄດ້ຮັບຄວາມສົນໃຈຢ່າງລົ້ນເຫລືອຈາກນັກລົງທຶນ ໂດຍມີຍອດການສັ່ງຊື້ລື່ນເປົ້າໝາຍເຖິງ 2,9 ເທົ່າ ຈາກນັກລົງທຶນ 86 ພາກສ່ວນ ທັງໃນພາກພື້ນອາຊີ, ເອີຣົບ, ຕາເວັນອອກກາງ, ອາຟຣິກາ ແລະ ສະຫະລັດອາເມຣິກາ. ຕົວເລກດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນສາກົນ ທີ່ມີຕໍ່ ສປປ ລາວ.
ການນຳເອົາພັນທະບັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບຮົງກົງ ໄດ້ສ້າງພື້ນຖານອັນສຳຄັນໃຫ້ແກ່ ສປປ ລາວຄື:
1. ຂະຫຍາຍຖານນັກລົງທຶນ: ການອອກພັນທະບັດ EMBI ຈະຊ່ວຍດຶງດູດຄວາມສົນໃຈຈາກນັກລົງທຶນສະຖາບັນ ແລະ ການຈົດທະບຽນທີ່ຮົງກົງກໍຊ່ວຍຂະຫຍາຍເຄືອຂ່າຍນັກລົງທຶນໃນອາຊີ ແລະ ທົ່ວໂລກໃຫ້ກວ້າງຂວາງຍິ່ງຂຶ້ນ.
2. ເພີ່ມທາງເລືອກໃນການເຂົ້າຫາແຫຼ່ງທຶນ: ຊຸກຍູ້ແຜນການເງິນໄລຍະກາງໃຫ້ມີຄວາມຫຼາກຫຼາຍ ບົນພື້ນຖານການຄຸ້ມຄອງຕົ້ນທຶນ, ຄວາມສ່ຽງ ແລະ ການຮັກສາຄວາມຍືນຍົງຂອງໜີ້ສິນ.
3. ສ້າງມາດຕະຖານໃນຕະຫຼາດສາກົນ: ການຈົດທະບຽນທີ່ປະສົບຜົນສຳເລັດ ຈະກາຍເປັນມາດຕະຖານອ້າງອີງດ້ານລາຄາ ແລະ ສ້າງປະຫວັດທີ່ດີ ເພື່ອເປັນບ່ອນອີງໃຫ້ແກ່ການອອກພັນທະບັດຂອງພາກສ່ວນອື່ນໆ ໂດຍສະເພາະລັດວິສາຫະກິດລາວໃນອະນາຄົດ.
4. ຍົກລະດັບຄວາມເຊື່ອໝັ້ນ: ສ້າງຄວາມເຊື່ອຫມັ້ນໃຫ້ນັກລົງທຶນສາກົນ ໂດຍລັດຖະບານໄດ້ໃຫ້ຄຳໝັ້ນສັນຍາໃນການຮັກສາຄວາມໂປ່ງໃສໃນການຄຸ້ມຄອງເສດຖະກິດ ແລະ ຈະປະຕິບັດຕາມພັນທະຢ່າງຄົບຖ້ວນທັນຕາມກໍານົດເວລາ.
ພ້ອມດຽວກັນນີ້, ຄະນະວິຊາການກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ເຮັດວຽກຮ່ວມກັບ ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືສາກົນ S&P Global Ratings ເພື່ອປະເມີນຄືນສະພາບເສດຖະກິດ-ການເງິນ ແລະຄວາມຫນ້າເຊື່ອຖືປະຈໍາປີຂອງລັດຖະບານ. ຊື່ງໄດ້ປະກາດປັບເພີ່ມອັນດັບຄວາມໜ້າເຊື່ອຖືຂອງ ສປປ ລາວ ຂຶ້ນຈາກ CCC+ ມາເປັນລະດັບ ‘B-’.
ການປັບຂຶ້ນອັນດັບໃນຄັ້ງນີ້ຖືເປັນຂີດໝາຍອັນສຳຄັນ ແລະ ເປັນການຍອມຮັບເຖິງຄວາມຄືບໜ້າໃນການບໍລິ ຫານຈັດການດ້ານເສດຖະກິດມະຫາພາກຂອງລັດຖະບານ.
ທີ່ມາກະຊວງການເງິນ