33 ປະເທດທົ່ວໂລກເຕືອນປະຊາຊົນ ກຽມສຳຮອງອາຫານ-ນ້ຳ ໃຫ້ພໍໃຊ້ 3-10 ມື້ ຮັບມືວິກິດ

31 Oct 2026

ຄລິກແຊຣ໌ 3 Facebook WhatsApp

ຫຼາຍປະເທດທົ່ວໂລກກຳລັງເພີ່ມຄວາມພ້ອມໃນການຮັບມືວິກິດສຸກເສີນ ໂດຍມີຢ່າງໜ້ອຍ 33 ປະເທດ ອອກຄຳແນະນຳໃຫ້ປະຊາຊົນກຽມສຳຮອງອາຫານ ນ້ຳດື່ມ ແລະ ສິ່ງຂອງຈຳເປັນໄວ້ໃຊ້ໃນຍາມສຸກເສີນ ໂດຍມີໄລຍະການສຳຮອງຕັ້ງແຕ່ 72 ຊົ່ວໂມງ ຫຼື 3 ມື້ ໄປຈົນເຖິງ 7-10 ມື້ ຂຶ້ນກັບການປະເມີນຄວາມສ່ຽງຂອງແຕ່ລະປະເທດ.

ຄຳແນະນຳດັ່ງກ່າວມີຂຶ້ນທ່າມກາງຄວາມສ່ຽງຫຼາຍດ້ານ ທັງຄວາມຕຶງຄຽດທາງພູມສາດ ສົງຄາມ ການໂຈມຕີທາງໄຊເບີ ແລະ ໄພທຳມະຊາດ ທີ່ອາດສົ່ງຜົນກະທົບໃຫ້ໄຟຟ້າ ນ້ຳປະປາ ການຂົນສົ່ງ ແລະ ການຈັດສົ່ງສິນຄ້າຈຳເປັນຢຸດຊະງັກ. ເປົ້າໝາຍຄືການເຮັດໃຫ້ປະຊາຊົນສາມາດພຶ່ງພາຕົນເອງໄດ້ໃນໄລຍະທຳອິດ ໂດຍບໍ່ຕ້ອງລໍຖ້າຄວາມຊ່ວຍເຫຼືອຈາກພາກລັດທັນທີ.

ສຳລັບກຸ່ມປະເທດທີ່ແນະນຳໃຫ້ສຳຮອງເສບຽງ 7-10 ມື້ ສ່ວນຫຼາຍແມ່ນປະເທດໃນເອີຣົບເໜືອ ເຊັ່ນ ສະວີເດັນ ນໍເວ ຟິນແລນ ແລະ ເດັນມາກ ທີ່ໃຫ້ຄວາມສຳຄັນກັບຄວາມສ່ຽງດ້ານຄວາມມັ່ນຄົງ. ສ່ວນເຢຍລະມັນ ແນະນຳໃຫ້ແຕ່ລະຄອບຄົວກຽມອາຫານ ແລະ ນ້ຳດື່ມໃຫ້ພຽງພໍ 10 ມື້ ໂດຍຄິດໄລ່ນ້ຳດື່ມຢ່າງໜ້ອຍ 2 ລິດຕໍ່ຄົນຕໍ່ມື້. ຂະນະທີ່ ສະວິດເຊີແລນ ໂປແລນ ເອສໂຕເນຍ ລັດເວຍ ແລະ ລິທົວເນຍ ກໍແນະນຳໃຫ້ກຽມສິ່ງຈຳເປັນໄວ້ປະມານ 7-10 ມື້ເຊັ່ນກັນ.

ສ່ວນກຸ່ມປະເທດທີ່ແນະນຳໃຫ້ສຳຮອງອາຫານ ສິ່ງຂອງຈຳເປັນຢ່າງໜ້ອຍ 72 ຊົ່ວໂມງ ຫຼື 3 ມື້ ຈະເນັ້ນການຮັບມືເຫດສຸກເສີນທົ່ວໄປ ເຊັ່ນ ໄພທຳມະຊາດ ໄຟຟ້າດັບ ຫຼື ລະບົບສາທາລະນູປະໂພກຂັດຂ້ອງ ເຊິ່ງອາດເຮັດໃຫ້ການຊື້ຫາອາຫານ ແລະ ສິ່ງຂອງຈຳເປັນເຮັດໄດ້ຍາກ.

ສິ່ງຂອງທີ່ຄວນກຽມໄວ້ປະກອບມີ ອາຫານແຫ້ງ ອາຫານທີ່ເກັບຮັກສາໄດ້ ນ້ຳດື່ມ ຢາປະຈຳຕົວ ໄຟສາຍ ວິທະຍຸໃຊ້ຖ່ານ ແບັດເຕີຣີສຳຮອງ ແລະ ເງິນສົດ. ພ້ອມກັນນີ້ ຄວນກວດສອບວັນໝົດອາຍຸຂອງອາຫານ ແລະ ຢາຢູ່ສະເໝີ ລວມທັງຈັດຊື້ສິ່ງຂອງຕາມຄວາມຈຳເປັນ ບໍ່ກັກຕຸນຫຼາຍເກີນໄປຈົນກະທົບຕໍ່ຜູ້ອື່ນ.

ທັງນີ້ ການແນະນຳໃຫ້ສຳຮອງສິ່ງຂອງຈຳເປັນບໍ່ໄດ້ໝາຍຄວາມວ່າປະເທດເຫຼົ່ານັ້ນກຳລັງຈະເກີດສົງຄາມ ຫຼື ໄພພິບັດຄັ້ງໃຫຍ່ ແຕ່ເປັນການວາງແຜນລ່ວງໜ້າ ເພື່ອໃຫ້ປະຊາຊົນສາມາດດູແລຕົນເອງໄດ້ ໃນໄລຍະທີ່ລະບົບການຊ່ວຍເຫຼືອອາດບໍ່ສາມາດເຂົ້າເຖິງໄດ້ທັນທ່ວງທີ.

ທີ່ມາ: Newsweek

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ