ລາວ ຢວນ ສະຫຼອງເປີດຮ້ານຢ່າງເປັນທາງການ ທີ່ ກ໊ອກ ກ໊ອກ ເມກ້າ ປະຕູໄຊ

31 Oct 2026

ຄລິກແຊຣ໌ 0 Facebook WhatsApp

ນຳເອົາລົດຊາດ ແລະ ຄວາມອົບອຸ່ນຂອງວັດທະນະທຳອາຫານແຄມແມ່ນ້ຳຂອງ ມາສູ່ນະຄອນຫຼວງວຽງຈັນ.

ນະຄອນຫຼວງວຽງຈັນ, ສປປ ລາວ, ລາວ ຢວນ (Lao Youn) ໄດ້ຈັດງານສະຫຼອງເປີດຮ້ານຢ່າງເປັນທາງການ ທີ່ KokKok Mega Patuxay ພ້ອມນຳສະເໜີປະສົບການຮັບປະທານອາຫານແບບທັນສະໄໝ ທີ່ໄດ້ຮັບແຮງບັນດານໃຈຈາກລົດຊາດ, ວັດທະນະທຳ ແລະ ສາຍສຳພັນຂອງຊຸມຊົນຕາມແຄມແມ່ນ້ຳຂອງ.

ໃນຖານະຮ້ານອາຫານໄທອີສານ ແລະ ຫວຽດນາມແບບທັນສະໄໝ, ລາວຢວນ ຖ່າຍທອດມໍລະດົກທາງອາຫານຂອງພາກພື້ນ ຜ່ານເມນູລົດຊາດຄຸ້ນເຄີຍທີ່ມອບຄວາມອົບອຸ່ນໃຈ. ວັດຖຸດິບທີ່ຄັດສັນຢ່າງພິຖີພິຖັນ ແລະ ພືດສະໝຸນໄພທ້ອງຖິ່ນ ສະທ້ອນເຖິງຮີດຄອງການປຸງແຕ່ງອາຫານ ພ້ອມເຊີນຊວນໃຫ້ລູກຄ້າໄດ້ຄົ້ນພົບລົດຊາດໃໝ່ໆ ຄຽງຄູ່ກັບລົດຊາດທີ່ເຮັດໃຫ້ຄິດຮອດບ້ານ.

ພາຍໃນງານໄດ້ຮັບກຽດຈາກຄະນະຜູ້ບໍລິຫານລະດັບສູງຂອງ ZEN Corporation Group ນຳໂດຍ ທ່ານ ສິລຸວັດ ຊັດຊະວານ ຮອງກຳມະການຜູ້ຈັດການຝ່າຍການຄ້າ; ທ່ານ ນາງ ຍຸພາພັນ ເອກສິດທິກຸນ ຮອງກຳມະການຜູ້ຈັດການຝ່າຍການເງິນ; ທ່ານ ນາງ ສຸດາພອນ ຊີນທອງປະເສີດ ຜູ້ຈັດການທົ່ວໄປ ແລະ ທ່ານ ນາງ ຈິຣັດທິຕິການ ພົມສິດ ຜູ້ຈັດການທົ່ວໄປ. ພ້ອມກັນນີ້, ຍັງມີ ທ່ານ ຈູຍອງ ໂອ ກຳມະການກຸ່ມບໍລິສັດ KoLao; ທ່ານ ແທຍອງ ໂອ ກຳມະການກຸ່ມບໍລິສັດ KoLao; ທ່ານ ນາງ ໂຣຣາ ໂອ ປະທານບໍລິຫານ KokKok Mega Patuxay; ທ່ານ ຈັກກະພົງ ວັງຕະພັນ ປະທານບໍລິຫານ KR F&B ແລະ ທ່ານ ອິດສະເລດ ນິພົນ ຜູ້ຈັດການທົ່ວໄປ KR F&B ເຂົ້າຮ່ວມສະຫຼອງໃນໂອກາດພິເສດນີ້.

ຫົວໃຈຂອງ ລາວ ຢວນ ແມ່ນຄວາມເຊື່ອທີ່ວ່າ ອາຫານເຊື່ອມໂຍງຜູ້ຄົນເຂົ້າຫາກັນ. ຮ້ານຈຶ່ງເປັນສະຖານທີ່ອັນອົບອຸ່ນສຳລັບຄອບຄົວ, ໝູ່ເພື່ອນ ແລະ ເພື່ອນຮ່ວມງານໄດ້ມາຮັບປະທານອາຫານຮ່ວມກັນ, ແບ່ງປັນບົດສົນທະນາ ແລະ ສ້າງຄວາມຊົງຈຳແຫ່ງຄວາມສຸກ.

ລາວ ຢວນ ຍິນດີຕ້ອນຮັບຊາວນະຄອນຫຼວງ ແລະ ນັກທ່ອງທ່ຽວ ມາຄົ້ນພົບລົດຊາດອາຫານຂອງພາກພື້ນໄດ້ທີ່ ຊັ້ນ G, KokKok Mega Patuxay ນະຄອນຫຼວງວຽງຈັນ, ບ່ອນທີ່ວັດທະນະທຳອາຫານມາພົບກັນໃນໂຕະດຽວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ