ທ່ານ ທອງສະລິດ ມັງໜໍ່ເມກ ຖືກແຕ່ງຕັ້ງເປັນປະທານ ຄະນະກຳມະການໂອແລັມປິກແຫ່ງຊາດລາວ

30 Oct 2026

ຄລິກແຊຣ໌ 1 Facebook WhatsApp

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ຖືກແຕ່ງຕັ້ງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ (ຄອລ) ຊຸດທີ IX. ພິທີປະກາດຄະນະບໍລິຫານງານ ຄອລ ຊຸດທີ IX ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2026

ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກີລາຊັ້ນສູງຄະນະບໍລິຫານງານ ຄອລ ໄດ້ຂຶ້ນອ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານ ຄອລ ຊຸດທີ IX ສະບັບເລກທີ 348/ນຍ, ລົງວັນທີ 30/9/2026 ຊຶ່ງມີທັງໝົດ 27 ທ່ານ ຍິງ 3 ທ່ານ. ໂດຍເຫັນດີແຕ່ງຕັ້ງທ່ານ ທອງສະລິດ ມັງໜໍ່ເມກ ເປັນປະທານ ຄອລ ຊຸດໃໝ່ (ຊຸດທີ IX), ເຫັນດີແຕ່ງຕັ້ງຮອງປະທານ 5 ທ່ານ, ເລຂາທິການ 1 ທ່ານ, ຮອງເລຂາທິການ ຄອລ 1 ທ່ານ, ກໍາມະການ 18 ທ່ານ ແລະ ນາຍຄັງ 1 ທ່ານ.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກ່າວມີຄໍາເຫັນວ່າ: ການຈັດພິທີໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນປັນຢ່າງຍິ່ງ ຄອລ ຖືເປັນອົງການກິລາທີ່ມີບົດບາດສໍາຄັນ ໃນການປະສານງານ, ສົ່ງເສີມ ແລະ ເຜີຍແຜ່ອຸດົມການໂອແລມປິກ, ສ້າງໂອກາດໃຫ້ນັກກິລາລາວ ໄດ້ພັດທະນາຄວາມສາມາດ ແລະ ມີໂອກາດເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ

ເພື່ອເຮັດໃຫ້ການດໍາເນີນວຽກງານຂອງ ຄອລ ຊຸດທີ IX ໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍທີ່ ຈຶ່ງໄດ້ກຳນົດທິດທາງ ແລະ ໜ້າວຽກສໍາຄັນບາງປະການດັ່ງນີ້: ສືບຕໍ່ເສີມຂະຫຍາຍບົດບາດຂອງ ຄອລ ໃຫ້ພົ້ນເດັ່ນກວ່າເກົ່າ ເປັນຕົ້ນນໍ້າໃຈນັກກິລາ, ຄວາມມີວິໄນ, ຄວາມຍຸຕິທຳ, ການເຄົາລົບຊຶ່ງກັນ ແລະ ກັນ ແລະ ຫັນເປັນມືອາຊີບ; ປະສານສົມທົບກັບບັນດາກະຊວງ, ອົງການທຽບເທົ່າ, ອົງການຈັດຕັ້ງຂັ້ນຕ່າງໆ, ບັນດາສະຫະພັນກິລາແຫ່ງຊາດ, ຄະນະກິລາຂອງພາກສ່ວນຕ່າງໆ ແລະ ພາກເອກະຊົນ ເພື່ອລະດົມທຸກທ່າແຮງມາຮ່ວມກັນພັດທະນາກິລາລາວໃຫ້ມີຜົນງານດີເດັ່ນກວ່າເກົ່າ; ສືບຕໍ່ຮ່ວມມືກັບກົມວິຊາການທີ່ກ່ຽວຂ້ອງ ເພື່ອພັດທະນານັກກິລາລະດັບສູງ, ຄູຝຶກ, ກຳມະການ ຕັດ ສິນ ແລະ ບຸກຄະລາກອນກິລາໃຫ້ມີຄວາມຮູ້-ຄວາມສາມາດ ແລະ ໄດ້ມາດຕະຖານໃຫ້ທຽບເທົ່າ ກັບສາກົນ, ຊຸກຍູ້ການນໍາໃຊ້ວິທະຍາສາດການກິລາ, ເຕັກໂນໂລຊີ ແລະ ວິທີການຝຶກຊ້ອມທີ່ທັນສະໄໝ ເພື່ອຍົກສູງຜົນງານການແຂ່ງຂັນ; ປະສານ ແລະ ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງເພື່ອສ້າງພື້ນຖານໂຄງລ່າງ, ສິ່ງເອື້ອອໍານວຍຄວາມສະດວກ ດ້ານສະຖານທີ່ຝຶກແອບ, ຝຶກຊ້ອມ ແລະ ການປະຕິບັດນະໂຍບາຍຕໍ່ນັກກິລາທີ່ກະກຽມ ແລະ ເຂົ້າຮ່ວມການແຂ່ງຂັນໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນລະດັບຕ່າງໆ; ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືກັບຄະນະກຳມະການໂອແລມປິກສາກົນ (IOC), ສະພາໂອແລັມປິກອາຊີ (OCA), ຄະນະກຳມະການໂອແລັມປິກແຫ່ງຊາດປະເທດຕ່າງໆ ແລະ ອົງການກິລາສາກົນ ເພື່ອສ້າງໂອກາດໃຫ້ກິລາລາວໄດ້ຮັບການສະໜັບສະໜູນດ້ານວິຊາການ, ການຝຶກອົບຮົມ, ການພັດທະນາບຸກຄະລາກອນ ແລະ ການຍົກລະດັບຂີດຄວາມສາມາດ; ປັບ ປຸງກົນໄກວິທີເຮັດວຽກຂອງການບໍລິຫານງານ ຄອລ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ມີການຕິດຕາມກວດກາ, ປະເມີນຜົນ ແລະ ກວດສອບຢ່າງເປັນປົກກະຕິ, ພ້ອມທັງສົ່ງເສີມຄວາມຮັບຜິດຊອບ ແລະ ການນໍາໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ.

ປະທານ ຄອລ ຊຸດທີ IX ຍັງຢືນຢັ້ນວ່າ: ຂ້າພະເຈົ້າພ້ອມດ້ວຍຄະນະຈະສືບຕໍ່ຍົກລະດັບ ແລະ ພັດທະນາວົງການກິລາລາວໃຫ້ກ້າວໜ້າ, ສາມາດເຂົ້າຮ່ວມແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ພ້ອມທັງສ້າງຊື່ສຽງ ແລະ ກຽດສັກສີໃຫ້ປະເທດຊາດ ແລະ ຈະພ້ອມໃຈກັນສຸມທຸກຄວາມສາມາດ, ເຫື່ອແຮງ, ສະຕິປັນຍາ ເພື່ອປະຕິບັດໜ້າທີ່, ພາລະກິດຂອງຂະບວນການກິລາໂອແລັມປິກຕາມທຳມະນູນ, ແຜນການ ແລະ ເປົ້າໝາຍທີ່ວາງໄວ້ຮອດປີ 2030; ຈະພ້ອມກັນສືບຕໍ່ປະຕິບັດໜ້າທີ່ ເປັນຄະນະບໍລິຫານງານ ຄອລ ຊຸດທີ IX ທີ່ດີ, ພ້ອມກັນສູ້ຊົນ ແລະ ຜ່ານຜ່າບັນດາອຸປະສັກ, ສິ່ງທ້າທາຍ ແລະ ສິ່ງກີດຂວາງຕ່າງໆໃນປັດຈຸບັນ ເພື່ອສ້າງຜົນງານໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້.

ຂໍ້ມູນ: ປະຊາຊົນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ