ທ່ານ ເຫຼັກໄຫຼ ສີວິໄລ ຕິດຕາມການພັດທະນາພື້ນຖານໂຄງລ່າງ ເມືອງຍອດອູ ແລະ ດ່ານສາກົນລານຕຸ້ຍ

30 Oct 2026

ຄລິກແຊຣ໌ 1 Facebook WhatsApp

ໃນຕອນບ່າຍວັນທີ 27 ຕຸລາ 2026 ທີ່ຜ່ານມາ ທ່ານ ເຫຼັກໄຫຼ ສິວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມດ່ານສາກົນລານຕຸ້ຍ ຊາຍແດນລາວ-ຈີນທີ່ເມືອງ ຍອດອູ, ແຂວງຜົ້ງສາລີ; ໂດຍຮ່ວມໃນການລົງເຄື່ອນໄຫວຄັ້ງນີ້ມີ ຮອງປະທານຄະນະກໍາມະການປົກຄອງແຂວງ, ການນໍາ ເມືອງຍອດອູ ແລະ ຄະນະນຳແຂວງຜົ້ງສາລີ.

ດ່ານສາກົນລານຕຸ້ຍ ຕັ້ງຢູ່ບ້ານລານຕູ້ຍ, ເມືອງຍອດອູ, ແຂວງຜົ້ງສາລີ, ມີເນື້ອທີ່ທັງໝົດ 80,349 ຕາແມັດ, ສ້າງຕັ້ງຂຶ້ນໃນປີ 1989 ແມ່ນດ່ານເຊື່ອມຕໍ່ລະຫວ່າງເມືອງຍອດອູ ແຂວງຜົ້ງສາລີ ແລະ ດ່ານ ເມືອງຄຳ ສປ ຈີນ, ຕັ້ງຫ່າງຈາກເທດສະບານເມືອງຍອດອູ 55 ກມ.

ໃນ 6 ເດືອນທີ່ຜ່ານມາດ່ານສາກົນລານຕຸ້ຍ ມີແຈ້ງອອກລາວ 20,470 ຄົນ, ຍິງ 10,318 ຄົນ, ເດັກ 1,572 ຄົນ, ທ່ອງທ່ຽວ 15,004 ຄົນ, ຄ້າຂາຍ 3,689 ຄົນ, ປິ່ນປົວ 1,777 ຄົນ; ພາຫະນະແຈ້ງອອກລາວລວມ 3,274 ຄັນ. ບໍລິການແຈ້ງອອກປື້ມຜ່ານແດນໃໝ່ 5,751 ຫົວ, ເກັບລາຍຮັບຈາກການເກັບຄ່າບໍລິການ ແລະ ຄ່າທໍານຽມແຈ້ງເຂົ້າ-ອອກປະຈໍາເດືອນ ສົ່ງໃຫ້ກອງບັນຊາການ ປ ກ ສ ແຂວງ ລວມທັງໝົດ 746,994,000 ກີບ.

ໃນ 6 ເດືອນຜ່ານມາ ໄດ້ອຳນວຍຄວາມສະດວກໃຫ້ຜູ້ປະກອບການສົ່ງອອກປັດໄຈການຜະລິດທາງດ້ານກະສິກຳເປັນຕົ້ນຊາແຫ້ງທັງໝົດ 3,198 ໂຕນ, ຢາງພາລາ 7,422 ໂຕນ, ກ້ວຍຫ້ອມ 26,604 ໂຕນ, , ອ້ອຍລຳ 65,701 ໂຕນ, ໝາກອຶ 4,796 ໂຕນ, ຖົ່ວຂຽວ 2,514.92 ໂຕນ, ຖົ່ວດີນ 140 ໂຕນ, ຂີ້ໝີ້ນຂາວ 1,100 ໂຕນ, ໝາກກະວານ 212.4 ໂຕນ, ຝຸ່ນ 620 ໂຕນ, ໄດ້ເກັບຄ່າບໍລິການກວດຜ່ານຜະລິດຕະພັນກະສິກຳສົ່ງໃຫ້ຄັງເງິນແຫ່ງຊາດປະຈຳແຂວງຈຳນວນ 31,350,000 ກີບ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ