ດ່ານກັກກັນພືດ ດ່ານສາກົນພູເກືອ ແຂວງອັດຕະປື ສາມາດກວດກາການສົ່ງອອກສິນຄ້າໄດ້ 2,765 ຄັ້ງ ໃນໄລຍະ 9 ເດືອນປີ 2026 ມີມູນຄ່າລວມ 201.31 ລ້ານໂດລາ
ທ່ານ ພູຂັນ ມັກຄະວານ ຫົວໜ້າດ່ານກັກກັນພືດ ດ່ານສາກົນພູເກືອ ໄດ້ລາຍງານໃນວັນທີ 29 ຕຸລາ 2026 ວ່າ: ການປະຕິບັດວຽກງານແມ່ນອີງໃສ່ກົດໝາຍວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດເປັນຫຼັກ ຄຽງຄູ່ກັບການເຜີຍແຜ່ລະບຽບການໃຫ້ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ນຳໄປປະຕິບັດຢ່າງຖືກຕ້ອງ. ໃນ 9 ເດືອນດ່ານສາມາດກວດກາໃບຢັ້ງຢືນສຸຂານາໄມພືດໄດ້ 2,783 ຊຸດ, ໃນນັ້ນ ມາຈາກແຂວງອັດຕະປື 1,842 ຊຸດ ແລະ ຕ່າງແຂວງ 941 ຊຸດ. ສຳລັບການສົ່ງອອກສິນຄ້າຈາກແຂວງອັດຕະປື ມີ 1, 829 ຄັ້ງ ມູນຄ່າ 56.87 ລ້ານໂດລາ ແລະ ຈາກຕ່າງແຂວງ 936 ຄັ້ງ ມູນຄ່າ 144.43 ລ້ານໂດລາ.
ຂະນະທີ່ ການສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ມີ 3 ຄັ້ງ ມູນຄ່າ 117,990 ໂດລາ, ການນຳເຂົ້າພືດ ແລະ ຜະລິດຕະພັນພືດ ມີ 852 ຄັ້ງ ມູນຄ່າ 89,188.76 ໂດລາ, ສ່ວນການນຳເຂົ້າປັດໄຈການຜະລິດ ແລະ ອຸປະກອນຕ່າງໆ ມີ 766 ຄັ້ງ ມູນຄ່າ 16.40 ລ້ານໂດລາ.
ສຳລັບທິດທາງໃນ 3 ເດືອນທ້າຍປີ 2026, ດ່ານຈະສືບຕໍ່ເຜີຍແຜ່ກົດໝາຍ ແລະ ລະບຽບການກັກກັນພືດ, ປັບປຸງການປະສານງານ, ຍົກສູງປະສິດທິພາບການກວດກາສິນຄ້າຢູ່ດ່ານຊາຍແດນ ແລະ ພັດທະນາຄວາມສາມາດຂອງເຈົ້າໜ້າທີ່ ຄຽງຄູ່ກັບການຈັດຫາອຸປະກອນກວດສອບ ແລະ ວິເຄາະທີ່ທັນສະໄໝ ເພື່ອໃຫ້ການກວດກາມີຄວາມຖືກຕ້ອງ ແລະ ແມ່ນຍຳສູງຂຶ້ນ.
ຂ່າວ:ມະນີວອນ