ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ລາຍງານເມື່ອວັນທີ 29 ຕຸລາ 2026 ໃຫ້ຮູ້ວ່າ: ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ໃນປີ 2026 ນີ້ ດ່ານພາສີສາກົນພູເກືອ ໄດ້ຮັບມອບໝາຍແຜນຈັດເກັບລາຍຮັບທັງໝົດ 290 ຕື້ກີບ, ໃນນັ້ນ ແຜນການ 9 ເດືອນມີມູນຄ່າ 217 ຕື້ກວ່າກີບ. ຜ່ານການຈັດເກັບແຕ່ຕົ້ນປີຮອດວັນທີ 30 ກັນຍາ 2026 ສາມາດເກັບລາຍຮັບໄດ້ 207 ຕື້ກວ່າກີບ, ໃນນັ້ນ ລາຍຮັບຈາກພາສີ ມີ 47 ຕື້ກວ່າກີບ ຫຼື 22.77% ແລະ ລາຍຮັບຈາກອາກອນ ມີ 160 ຕື້ກວ່າກີບ ຫຼື 77.23%.
ໄລຍະ 9 ເດືອນ ດ່ານມີຄະດີເກີດຂຶ້ນ 246 ຄະດີ ມູນຄ່າ 672.89 ລ້ານກີບ. ພ້ອມນັ້ນ ຍັງມີຄະດີຍົກມາຈາກງວດກ່ອນ 2 ຄະດີ ມູນຄ່າ 1,218 ລ້ານກີບ. ລວມຄະດີທີ່ສະສາງໃນງວດ 9 ເດືອນ ມີ 248 ຄະດີ ມູນຄ່າ 1,890.89 ລ້ານກີບ, ລວມຄ່າປັບໃໝ 1,311.35 ລ້ານກີບ ແລະ ມູນຄ່າມອບເຂົ້າງົບປະມານທັງໝົດ 1,311.35 ລ້ານກີບ ເພີ່ມຂຶ້ນ 48.65% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ທ່ານ ສີມອນ ອຸທິຄູນ ກ່າວຕື່ມວ່າ: ໃນ 3 ເດືອນທ້າຍປີ 2026 ຄະນະນຳຂອງດ່ານຈະສືບຕໍ່ຊີ້ນຳການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ, ເພີ່ມທະວີການຕິດຕາມ ແລະ ກວດກາການເກັບລາຍຮັບໃຫ້ຖືກຕ້ອງ, ໂປ່ງໃສ ແລະ ມີປະສິດທິຜົນ. ພ້ອມທັງເຂັ້ມງວດຕໍ່ການຫຼົບຫຼີກພາສີ, ການສໍ້ໂກງທາງພາສີ ແລະ ການຄ້າຂ້າມແດນທີ່ຜິດກົດໝາຍ.
ນອກນີ້ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ຜູ້ນຳເຂົ້າ-ສົ່ງອອກ, ນຳໃຊ້ເຕັກໂນໂລຊີພັດທະນາລະບົບບໍລິການ ແລະ ປັບປຸງຂັ້ນຕອນພິທີການພາສີໃຫ້ວ່ອງໄວ, ຄວບຄູ່ກັບການສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ວິໄນຂອງພະນັກງານພາສີ ເພື່ອຍົກສູງຄຸນນະພາບວຽກງານ ແລະ ປະສິດທິຜົນໃນການຈັດເກັບລາຍຮັບຂອງລັດ.
ຂ່າວ: ມະນີວອນ