ລັດຖະບານຫວຽດນາມກຳລັງຜັກດັນແຜນປະຕິຮູບ ແລະ ປັບໂຄງສ້າງລັດວິສາຫະກິດຄັ້ງສຳຄັນ ໂດຍມີເປົ້າໝາຍເພີ່ມປະສິດທິພາບການດຳເນີນງານ, ປັບປຸງການຈັດສັນທຶນ ແລະ ການກຳກັບດູແລກິດຈະການ ພ້ອມເປີດໂອກາດໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນບາງທຸລະກິດຫຼາຍຂຶ້ນ. ຢ່າງໃດກໍຕາມ ລັດຖະບານຈະຍັງຄົງຖືຄອງກິດຈະການຍຸດທະສາດທີ່ສຳຄັນ ໂດຍສະເພາະຂະແໜງພະລັງງານ ຕາມແຜນປັບໂຄງສ້າງທຶນຂອງລັດໃນໄລຍະປີ 2026–2030.
ຕາມແຜນການດັ່ງກ່າວ ລັດຖະບານຫວຽດນາມຈະຍັງຄົງຖືຄອງຮຸ້ນ 100% ໃນກຸ່ມການໄຟຟ້າຫວຽດນາມ (EVN) ແລະ ກຸ່ມອຸດສາຫະກຳ ແລະ ພະລັງງານແຫ່ງຊາດຫວຽດນາມ (PetroVietnam) ເພື່ອຮັກສາການຄວບຄຸມຂອງລັດໃນຂະແໜງທີ່ມີຄວາມສຳຄັນຕໍ່ເສດຖະກິດ ແລະ ຄວາມໝັ້ນຄົງດ້ານພະລັງງານ.
ຂະນະດຽວກັນ ລັດວິສາຫະກິດອີກ 13 ແຫ່ງຈະຍັງຄົງສັດສ່ວນການຖືຄອງຮຸ້ນຂອງລັດໄວ້ຕາມເດີມ. ກິດຈະການເຫຼົ່ານີ້ລວມມີ ທະນາຄານກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ກຸ່ມອຸດສາຫະກຳຖ່ານຫີນ ແລະ ແຮ່ທາດແຫ່ງຊາດຫວຽດນາມ, ກຸ່ມໄປສະນີ ແລະ ໂທລະຄົມຫວຽດນາມ ແລະ ກຸ່ມອຸດສາຫະກຳເຄມີແຫ່ງຊາດຫວຽດນາມ.
ສ່ວນທະນາຄານການຄ້າຕ່າງປະເທດຫວຽດນາມ (Vietcombank) ແລະ ທະນາຄານເພື່ອການລົງທຶນ ແລະ ພັດທະນາຫວຽດນາມ (BIDV) ລັດມີແຜນຫຼຸດສັດສ່ວນການຖືຄອງຮຸ້ນລົງ ແຕ່ຈະຍັງຄົງຖືຄອງບໍ່ຕ່ຳກວ່າ 65% ຈາກສັດສ່ວນສູງສຸດເດີມ 76.7%.
ກະຊວງການເງິນ ແລະ ທະນາຄານກາງຫວຽດນາມຈະຮ່ວມກັນກຳກັບດູແລການປັບໂຄງສ້າງດັ່ງກ່າວ ໂດຍມີກຳນົດໃຫ້ດຳເນີນການໃຫ້ແລ້ວສຳເລັດພາຍໃນປີ 2030. ຂໍ້ມູນລະບຸວ່າ ໃນທ້າຍປີ 2025 ຫວຽດນາມມີລັດວິສາຫະກິດທັງໝົດ 695 ແຫ່ງ ໃນນັ້ນ 497 ແຫ່ງແມ່ນກິດຈະການທີ່ລັດຖືຄອງຮຸ້ນທັງໝົດ.
ແຜນປະຕິຮູບຄັ້ງນີ້ສະທ້ອນເຖິງຄວາມພະຍາຍາມຂອງຫວຽດນາມໃນການເພີ່ມປະສິດທິພາບລັດວິສາຫະກິດ ພ້ອມກັບຮັກສາການຄວບຄຸມຂອງລັດໃນຂະແໜງທີ່ຖືວ່າເປັນຍຸດທະສາດຂອງປະເທດ.
ແຫຼ່ງຂ່າວ: Bloomberg
ຮູບ: minh mẫn lê ຈາກ: Pixabay