ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອຮຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນທີ 29 ຕຸລາວ່າ ກຸ່ມສາຍການບິນລາຍໃຫຍ່ໃນສະຫະລັດ ຮຽກຮ້ອງໃຫ້ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ (CDC: Centers for Disease Control and Prevention) ທົບທວນມາດຕະການໃໝ່ທີ່ກຳນົດໃຫ້ຜູ້ເດີນທາງເຂົ້າສະຫະລັດທຸກຄົນ ຢືນຢັນຕົນເອງວ່າ ບໍ່ໄດ້ພັກອາໄສ ຫຼື ເດີນທາງມາຈາກສາທາລະນະລັດ ປະຊາທິປະໄຕ ຄອງໂກ ໄລຍະ 21 ມື້ກ່ອນໜ້າການເດີນທາງ ເພື່ອເປົ້າໝາຍປ້ອງກັນບຸກຄົນທີ່ອາດສຳຜັດກັບເຊື້ອອີໂບລາເດີນທາງເຂົ້າສະຫະລັດ ໂດຍມີກຳນົດເລີ່ມບັງຄັບໃຊ້ໃນວັນທີ 3 ພະຈິກ 2026 ນີ້.
ສາຍການບິນຊີ້ ກອບໄລຍະເວລາດຳເນີນວຽກສັ້ນເກີນໄປ
ສະມາຄົມການຂົນສົ່ງທາງອາກາດສາກົນ (IATA: International Air Transport Association) ແລະ ກຸ່ມ Airlines for America ໄດ້ສົ່ງເອກະສານແຍກກັນ ເພື່ອຮຽກຮ້ອງໃຫ້ CDC ທົບທວນຂໍ້ກຳນົດທີ່ປະກາດເມື່ອອາທິດຜ່ານມາ.
IATA ແຈ້ງວ່າ ການກຳນົດໃຫ້ສາຍການບິນທີ່ໃຫ້ບໍລິການໃນຕະຫຼາດສະຫະລັດປັບປ່ຽນຂັ້ນຕອນການດຳເນີນງານ ເພື່ອເກັບຂໍ້ມູນຢືນຢັນຈາກຜູ້ໂດຍສານ ແລະ ລູກເຮືອທຸກຄົນ ໃນໄລຍະບໍ່ເຖິງສອງອາທິດ ເປັນຂໍ້ກຳນົດທີ່ປະຕິບັດໄດ້ຍາກ.
ກະທົບລະບົບເຊັກອິນ ແລະ ການຝຶກອົບຮົມພະນັກງານ
ດ້ານ Airlines for America ເຊິ່ງເປັນຕົວແທນຂອງສາຍການບິນ United Airlines, American Airlines, Southwest Airlines ແລະ Delta Air Lines ແຈ້ງວ່າ ມາດຕະການນີ້ອາດບໍ່ສາມາດນຳໄປປະຕິບັດໄດ້ທັນຕາມກຳນົດ.
ສາຍການບິນຈຳເປັນຕ້ອງປັບປຸງລະບົບເຊັກອິນ, ນຳໃຊ້ລາຍເຊັນດິຈິຕອນ, ປັບຂັ້ນຕອນການເຮັດວຽກຕາມສະໜາມບິນ ແລະ ຝຶກອົບຮົມພະນັກງານ. ທັງໝົດນີ້ຕ້ອງໃຊ້ເວລາ ແລະ ບໍ່ງ່າຍທີ່ຈະດຳເນີນການໃຫ້ສຳເລັດພາຍໃນກອບເວລາທີ່ກຳນົດ.
ຕັ້ງຄຳຖາມເຫດໃດຈຶ່ງຄວບຄຸມສະເພາະການເດີນທາງທາງອາກາດ?
IATA ຍັງຕັ້ງຄຳຖາມວ່າ ເຫດໃດຂໍ້ກຳນົດນີ້ຈຶ່ງບໍ່ລວມເຖິງຜູ້ເດີນທາງທາງທະເລ ແລະ ທາງບົກ ພ້ອມຮຽກຮ້ອງໃຫ້ CDC ພິຈາລະນາວິທີການຮັບມືທີ່ເໝາະສົມ ແລະ ສາມາດປະຕິບັດໄດ້ຈິງຫຼາຍຂຶ້ນ.
ທັງນີ້ ການຮຽກຮ້ອງຂອງກຸ່ມສາຍການບິນເປັນການຂໍໃຫ້ທົບທວນວິທີປະຕິບັດມາດຕະການ ໂດຍບໍ່ໄດ້ໝາຍຄວາມວ່າສາຍການບິນຄັດຄ້ານການປ້ອງກັນການແຜ່ລະບາດຂອງອີໂບລາ.
ສາຍການບິນຊີ້ ຈຳນວນຜູ້ເດີນທາງທີ່ກ່ຽວຂ້ອງກັບ DRC ມີໜ້ອຍ
Airlines for America ລະບຸວ່າ ໃນປີ 2025 ສຳນັກງານພາສີ ແລະ ປ້ອງກັນຊາຍແດນສະຫະລັດ (CBP) ໄດ້ກວດກາຜູ້ໂດຍສານທາງອາກາດປະມານ 130 ລ້ານຄົນ ແຕ່ມີຜູ້ໂດຍສານໜ້ອຍກວ່າ 25,000 ຄົນທີ່ມີຄວາມເຊື່ອມໂຍງກັບສາທາລະນະລັດປະຊາທິປະໄຕຄອງໂກ (DRC).
ກຸ່ມສາຍການບິນຍັງຮຽກຮ້ອງໃຫ້ CDC ພິຈາລະນາຍົກເວັ້ນລູກເຮືອ, ກຳລັງທະຫານສະຫະລັດ ແລະ ຜູ້ໂດຍສານທີ່ໃຊ້ບ່ອນນັ່ງສຳຮອງສຳລັບລູກເຮືອ ໂດຍໃຫ້ເຫດຜົນວ່າ ມາດຕະການນີ້ເຂັ້ມງວດ ມີຄ່າໃຊ້ຈ່າຍສູງ ແລະ ສ້າງພາລະໃຫ້ແກ່ອຸດສາຫະກຳການບິນ.
ແຫຼ່ງຂ່າວ: Reuters