ສານອວຍພອນຂອງປະທານປະເທດຕໍ່ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ 11

28 Oct 2026

ຄລິກແຊຣ໌ 1 Facebook WhatsApp

ໃນໂອກາດໄຂກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ໃນວັນທີ 28 ຕຸລານີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ ປະທານປະເທດ ໄດ້ອ່ານສານອວຍພອນຕໍ່ກອງປະຊຸມດັ່ງກ່າວວ່າ ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ນ້ອມນະມັດສະການ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ ການນຳພັກ-ລັດ ຜູ້ຊ່ຽວຊານ ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນຈາກບັນດາປະເທດ ແລະ ເຂດ ແຄວ້ນຈາກພາກພື້ນ ແລະ ສາກົນ ພະເຖຣານຸເຖຣະ ແລະ ບັນດາຜູ້ແທນທີ່ນັບຖື ແລະ ຮັກແພງ.

ຂ້າພະເຈົ້າມີຄວາມພາກພູມໃຈຢ່າງຍິ່ງທີ່ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ກໍຄື ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັບສະມາຄົມພຸດທະສາສະໜາ ນະຄອນເຊິນເຈິ້ນ ແລະ ວັດຫົງຟ້າ ສປ ຈີນຈັດກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11 ທີ່ ນະຄອນຫຼວງວຽງຈັນ ສປປ ລາວແຕ່ວັນທີ 25 – 30 ຕຸລາ 2026 ພາຍ ໃຕ້ຫົວຂໍ້: ” ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ ສູ່ຄວາມ ຮຸ່ງເຮືອງສີວິໄລຮອບດ້ານ ” ໃນມື້ນີ້.

ຂ້າພະເຈົ້າຂໍສະແດງຄວມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນອັນເປັນຮູບປະທຳ ຂອງກອງປະຊຸມ ໃນແຕ່ລະຄັ້ງຜ່ານມາທີ່ໄດ້ນຳເອົາປະໂຫຍດແທ້ຈິງແກ່ສັງຄົມນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມອັນບໍ່ຮູ້ອິດຮູ້ເມື່ອຍ ແລະ ການອຸທິດກໍາລັງແຮງຮອບດ້ານຂອງບັນດາພຣະອາຈານໃຫຍ່ກໍຄືຄະນະກຳມະການທຸກພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈເຜີຍແຜ່ພຸດທະສາສະໜາ ກໍຄືຫຼັກຄຳສອນຂອງພະພຸດທະເຈົ້າໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນຜູ້ທີ່ເຊື່ອຖືສາສະໜາພຸດນັບມື້ນັບກວ້າງຂວາງ.

ໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າກໍຄືໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳອວຍພອນ ດ້ວຍໄມຕີຈິດອັນອົບອຸ່ນ ແລະ ຄວາມຊົມເຊີຍອັນປະເສີດມາຍັງກອງປະຊຸມໂຕະມົນພຸດທະສາສະໜາ ໜານໄຫ່ ຄັ້ງທີ 11 ນີ້ຢ່າງສຸດອົກສຸດໃຈ.

ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າກອງປະຊຸມຄັ້ງນີ້ຈະເປັນບາດກ້າວທີ່ສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ການຮ່ວມມືທີ່ດີລະຫວ່າງບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຈະນໍາເອົາຜົນປະ ໂຫຍດອັນໃໝ່ໃຫ່ຍຫຼວງ ແລະ ຄວາມສະຫງົບສຸກມາໃຫ້ແກ່ມວນມະນຸດຕາມພຸດທຳຄຳສອນຂອງພະສາດສະດາສຳມາສຳພຸດທະເຈົ້າ.

ທ້າຍສຸດນີ້ ຂໍອວຍພອນໄຊອັນປະເສີດມາຍັງບັນດາພຣະອາຈານໃຫ່ຍຜູ້ນຳທາງພຸດທະສາສະໜາແຕ່ລະປະເທດ ແລະ ເຂດແຄວ້ນ ພະເຖຣານຸເຖຣະ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດຈົງມີສຸຂະພາບແຂງແຮງ ມີພະລະນາໄມສົມບູນ ຂໍອວຍພອນໃຫ້ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ 11 ນີ້ທີ່ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ຈົງປະສົບຜົນສຳເລັດຢ່າງງົດງາມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ