ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກແຈ້ງການ ສະບັບເລກທີ 1499/ຫສນຍ ລົງວັນທີ 21 ຕຸລາ 2026 ເລື່ອງ: ການປັບປຸງຄ່າແຮງງານຂັ້ນຕໍ່າສຸດທີ່ເຮັດວຽກຢູ່ຫົວໜ່ວຍການຜະລິດທຸລະກິດ ແລະ ການບໍລິການໃນຂອບເຂດທົ່ວປະເທດ”.
ແຈ້ງການຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້:
1. ເຫັນດີໃຫ້ປັບຄ່າແຮງງານຂັ້ນຕໍ່າສຸດພາກເອກະຊົນ ຈາກ 1,600,000 ກີບ/ຄົນ/ເດືອນ ມາເປັນ 2,000,000 ກີບ/ຄົນ/ເດືອນ ແລະ ເພີ່ມເງິນອຸດໜູນຄ່າຄອງຊີບພາກເອກະຊົນ ຈາກ 900,000 ກີບ/ຄົນ/ເດືອນ ມາເປັນ 1,400,000 ກີບ/ຄົນ/ເດືອນ ລວມທັງໝົດຈະໄດ້ຮັບ 3,400,000 ກີບ/ຄົນ/ເດືອນ ຕາມການສະເໜີຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
2. ມອບໃຫ້ກະຊວງແຮງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນກ່ຽວຂ້ອງ ແຈ້ງບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆ ເພື່ອຈັດຕັ້ງປະຕິບັດການປັບປຸງຄ່າແຮງງາຂັ້ນຕໍ່າ ແລະ ເງິນອຸດໜູນຄ່າຄອງຊີບພາກເອກະຊົນໂດຍໄວ,
ສໍາລັບການຈັດຕັ້ງປະຕິບັດຕົວຈິງ ແມ່ນໃຫ້ເລີ່ມແຕ່ວັນທີ 01 ມັງກອນ ປີ 2027 ເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
