iPhone Duo ມືຖືຈໍພັບລຸ້ນທຳອິດຂອງ Apple ຂາຍດີໃນຈີນ ນັກເກັງກຳໄລຍອມຈ່າຍເພີ່ມເພື່ອຊື້ຕໍ່

26 Oct 2026

ຄລິກແຊຣ໌ 0 Facebook WhatsApp

ກະແສຄວາມຕ້ອງການ iPhone Duo ໃນຈີນຄຶກຄັກ ຫຼັງເປີດຈຳໜ່າຍ ຂະນະທີ່ສິນຄ້າມີຈຳກັດ ຈົນມີນັກເກັງກຳໄລສະເໜີຈ່າຍເພີ່ມ 3,000 ຢວນ ຫຼື ປະມານ 10ລ້ານກີບ ເພື່ອຊື້ມືຖືຈາກຜູ້ທີ່ຫາກໍຮັບເຄື່ອງ.

ຕາມລາຍງານຂອງ THE STANDARD ໃນວັນທີ 24 ຕຸລາ 2026, ຫຼັງຈາກ Apple ເລີ່ມວາງຈຳໜ່າຍ iPhone Duo ມືຖືຈໍພັບລຸ້ນທຳອິດຂອງບໍລິສັດ ໃນວັນທີ 23 ຕຸລາ ກໍມີນັກເກັງກຳໄລບາງລາຍໃນກຸງປັກກິ່ງສະເໜີຈ່າຍເງິນເພີ່ມ 3,000 ຢວນ ຫຼືປະມານ 10ລ້ານກີບ ໃຫ້ກັບລູກຄ້າທີ່ຫາກໍຮັບເຄື່ອງ ຫາກຍິນດີຂາຍຕໍ່ໃຫ້ທັນທີ.

ສາເຫດສຳຄັນແມ່ນຈຳນວນສິນຄ້າມີຈຳກັດ ຂະນະທີ່ຄວາມຕ້ອງການສູງ. ລາຄາຂອງ iPhone Duo ມີມູນຄ່າເປີດໂຕໃນ ສະຫະລັດ ປະມານ 2,000 ໂດລາສະຫະລັດ ຫຼື ປະມານ 44,9 ລ້ານກີບ ແຕ່ກໍຍັງໄດ້ຮັບຄວາມສົນໃຈຈາກຜູ້ຊື້ ຂະນະທີ່ ຢູ່ປະເທດລາວ ໄດ້ເປີດໂຕ ເມື່ອວັນສຸກ ທີ 23 ຜ່ານມາເຊັ່ນກັນ ລາຄາເລີ່ມຕົ້ນ 55.390.000 ກີບ ແລະ ຍ້ອນກະແສຄວາມຕ້ອງການສູງໃນລາວເຊັ່ນກັນ ເຄື່ອງໃນສູນກໍໝົດໃນເວລາບໍ່ດົນ.

ກ່ອນໜ້ານີ້ ຍອດສັ່ງຈອງລ່ວງໜ້າຂອງມືຖືລຸ້ນນີ້ສູງກວ່າຈຳນວນສິນຄ້າທີ່ມີ ຈົນກຳນົດສົ່ງມອບບາງລາຍການເລື່ອນໄປເຖິງທ້າຍເດືອນມັງກອນ 2027. Apple ຍັງຈຳກັດການສັ່ງຊື້ບໍ່ເກີນ 2 ໜ່ວຍຕໍ່ຄົນ ໃນບາງຕະຫຼາດ.

ຂະນະດຽວກັນ Apple ຍັງຕ້ອງແຂ່ງຂັນກັບຜູ້ຜະລິດມືຖືຈໍພັບຈາກຈີນ ເຊັ່ນ Huawei ແລະ Xiaomi ທີ່ມີຜະລິດຕະພັນໃນຕະຫຼາດມາກ່ອນແລ້ວ.

ກະແສການຊື້ເພື່ອຂາຍຕໍ່ສະທ້ອນໃຫ້ເຫັນວ່າ ຄວາມຫາຍາກຂອງສິນຄ້າໃນໄລຍະເລີ່ມວາງຈຳໜ່າຍ ສາມາດສ້າງໂອກາດໃຫ້ນັກຂາຍຕໍ່ໄດ້. ແຕ່ລາຄາຂາຍຕໍ່ຈະຢູ່ໃນລະດັບສູງໄດ້ດົນປານໃດ ຍັງຂຶ້ນກັບຈຳນວນສິນຄ້າໃນຕະຫຼາດແລະຄວາມຕ້ອງການຂອງຜູ້ຊື້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ