ເທຣາໂອກະ ກ໊ຽວຊ່າ Teraoka Gyoza ແຊັມ 7 ສະໄໝຈາກລາຍການ TV Champion ສະຫຼອງການເປີດຮ້ານຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ

26 Oct 2026

ຄລິກແຊຣ໌ 1 Facebook WhatsApp

ນະຄອນຫຼວງວຽງຈັນ, ສປປ ລາວ, ເດືອນຕຸລາ 2026  ເທຣາໂອກະ ກ໊ຽວຊ່າTeraoka Gyoza ແບຣນກ໊ຽວຊ່າທີ່ຄວ້າແຊັມຈາກລາຍການ TV Champion ຂອງປະເທດຍີ່ປຸ່ນເຖິງ 7 ສະໄໝ, ໄດ້ຈັດງານສະຫຼອງການເປີດຮ້ານຢ່າງເປັນທາງການ ທີ່ KokKok Mega Patuxay ເພື່ອນໍາເອົາກ໊ຽວຊ່າຍີ່ປຸ່ນ ອັນມີຊື່ສຽງມາໃຫ້ຜູ້ບໍລິໂພກໃນລາວໄດ້ທົດລອງຊີມ.

ພາຍໃນງານໄດ້ຮັບກຽດຈາກ ທ່ານ ລິດ ຄິ້ວຄະຊາ Litti Kewkacha ປະທານບໍລິຫານ ບໍລິສັດ ຄະຊາ ບາເທີ Kacha Brothers ຈຳກັດ; ທ່ານ ນາງ ຖາວອນ ວົງສົມບັດ ປະທານກຸ່ມບໍລິສັດ KOLAO; ທ່ານ ນາງ ຣໍຣາ ໂອ ປະທານບໍລິຫານ KokKok Mega Patuxay; ທ່ານ ຈັກກະພົງ ວັງຕະພັນ ປະທານບໍລິຫານ KR F&B ແລະ ທ່ານ ອານົນ ສາທຸການ General Manager KR F&B, ພ້ອມດ້ວຍແຂກຜູ້ມີກຽດ, ຄູ່ຮ່ວມທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ດ້ວຍຕຳແໜ່ງແຊັມ 7 ສະໄໝ, ເທຣາໂອກະ Teraoka Gyoza ໄດ້ນຳເອົາສິລະປະ ແລະ ຄວາມຊຳນານໃນການເຮັດກ໊ຽວຊ່າແບບຍີ່ປຸ່ນ ມາສູ່ນະຄອນຫຼວງວຽງຈັນ ພ້ອມເຊີນຊວນລູກຄ້າມາຄົ້ນພົບລົດຊາດທີ່ສ້າງຊື່ສຽງໃຫ້ແກ່ແບຣນ.

ເທຣາໂອກະ ກ໊ຽວຊ່າ Teraoka Gyoza ຍິນດີຕ້ອນຮັບທຸກທ່ານມາລອງຊີມກ໊ຽວຊ່າຍີ່ປຸ່ນ ທີ່ ຊັ້ນ 1 KokKok Mega Patuxay ເພີ່ມອີກໜຶ່ງປະສົບການອາຫານ ໃຫ້ແກ່ຮ້ານອາຫານນານາຊາດພາຍໃນສູນການຄ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ