ບໍລິສັດ Getty Images Holdings Inc. ຜູ້ໃຫ້ບໍລິການຄັງຮູບພາບລະດັບໂລກ ໄດ້ຍື່ນຄຳຮ້ອງຕໍ່ສານລົ້ມລະລາຍໃນລັດເດລາແວຣ ສະຫະລັດ ເພື່ອເຂົ້າສູ່ຂະບວນການປັບໂຄງສ້າງໜີ້ຕາມກົດໝາຍ Chapter 11. ຂະບວນການນີ້ເປີດໂອກາດໃຫ້ບໍລິສັດຈັດການໜີ້ສິນ ແລະ ປັບປຸງຖານະທາງການເງິນ ຫຼັງຈາກບັນລຸຂໍ້ຕົກລົງກັບເຈົ້າໜີ້ ແລະ ກຸ່ມນັກລົງທຶນ. ບໍລິສັດລະບຸວ່າ ທັງສິນຊັບ ແລະ ໜີ້ສິນມີມູນຄ່າລະຫວ່າງ 1.000-10.000 ລ້ານໂດລາສະຫະລັດຕໍ່ລາຍການ.
ແຜນປັບໂຄງສ້າງທາງການເງິນລວມເຖິງການລົງທຶນໃນຮຸ້ນທຶນສູງສຸດ 533 ລ້ານໂດລາສະຫະລັດ ຈາກກຸ່ມນັກລົງທຶນທີ່ມີສະມາຊິກຄອບຄົວ Getty ແລະ ບໍລິສັດໃນເຄືອຂອງ Koch Equity Development. ການປັບໂຄງສ້າງຄັ້ງນີ້ອາດເຮັດໃຫ້ Getty Images ປ່ຽນຈາກບໍລິສັດຈົດທະບຽນໃນຕະຫຼາດຫຸ້ນ ເປັນບໍລິສັດເອກະຊົນ. ກ່ອນໜ້ານີ້ ບໍລິສັດຍັງເຄີຍເຂົ້າສູ່ໄລຍະຜ່ອນຜັນ 30 ວັນ ຫຼັງບໍ່ສາມາດຊຳລະດອກເບ້ຍພັນທະບັດທີ່ຄົບກຳນົດໃນວັນທີ 1 ກັນຍາ.
ປັດໃຈສຳຄັນທີ່ກົດດັນບໍລິສັດ ແມ່ນພາລະໜີ້ສິນທີ່ສູງ ແລະ ການແຂ່ງຂັນທີ່ເພີ່ມຂຶ້ນຈາກຮູບພາບທີ່ສ້າງດ້ວຍປັນຍາປະດິດ (AI) ເຊິ່ງກຳລັງປ່ຽນແປງຕະຫຼາດຮູບພາບສະຕັອກ. ບໍລິສັດລະບຸວ່າ ພາຍໃຕ້ແຜນປັບໂຄງສ້າງໜີ້ ຈະຊຳລະເງິນໃຫ້ຜູ້ສະໜອງສິນຄ້າ ແລະ ບໍລິການຢ່າງຄົບຖ້ວນ ແລະ ລູກຄ້າຈະບໍ່ໄດ້ຮັບຜົນກະທົບ.