UNITEL ນຳພາລະບົບນິເວດດິຈິຕອນ ສູ່ງານ LAO DIGITAL WEEK 2026

21 Oct 2026

ຄລິກແຊຣ໌ 0 Facebook WhatsApp

ຈາກໂຄງລ່າງໂທລະຄົມ, ການເງິນດິຈິຕອນ ແລະ ໂລຈິສຕິກ ໄປຈົນເຖິງບັນດາໂຊລູຊັນທີ່ຕອບໂຈດພາກລັດ, ພາກທຸລະກິດ ແລະ ວິຖີຊີວິດຂອງປະຊາຊົນ, Unitel ນຳສະເໜີທິດທາງການພັດທະນາລະບົບນິເວດດິຈິຕອນທີ່ເຊື່ອມໂຍງກັບຄວາມຕ້ອງການຕົວຈິງໃນ ສປປ ລາວ.

ໃນສະຖານະການທີ່ການຫັນປ່ຽນສູ່ດິຈິຕອນ ກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຫຼາຍຂະແໜງການຂອງເສດຖະກິດ-ສັງຄົມ ແຕ່ເຕັກໂນໂລຊີ ບໍ່ໄດ້ຈຳກັດຢູ່ພຽງການເຊື່ອມຕໍ່ເທົ່ານັ້ນ ທັງຍັງເປີດໂອກາດໃໝ່ໆໃຫ້ປະຊາຊົນເຂົ້າເຖິງບໍລິການໄດ້ສະດວກຫຼາຍຂຶ້ນ, ຊ່ວຍໃຫ້ພາກທຸລະກິດເພີ່ມປະສິດທິພາບ ໃນການດຳເນີນງານ ແລະ ຊ່ວຍໃຫ້ພາກລັດຄ່ອຍໆທັນສະໄໝຂຶ້ນໃນການຄຸ້ມຄອງ ແລະ ບໍລິຫານງານ.

 ໃນລະຫວ່າງວັນທີ 21-25 ຕຸລາ 2026 ທີ່ສູນການຄ້າລາວໄອເຕັກ (ITECC) ນະຄອນຫຼວງວຽງຈັນ, Unitel ຈະໄດ້ເຂົ້າຮ່ວມງານ Lao Digital Week 2026 ພ້ອມນໍາສະເໜີພື້ນທີ່ສໍາລັບການສຳຜັດປະສົບການ ແລະ ຄົ້ນພົບບັນດາໂຊລູຊັນເຕັກໂນໂລຊີ ພາຍໃນລະບົບນິເວດດິຈິຕອນຂອງບໍລິສັດ.

ຈາກໂຄງລ່າງການເຊື່ອມຕໍ່ ສູ່ລະບົບນິເວດໂຊລູຊັນດິຈິຕອນ

ບົນພື້ນຖານໂຄງລ່າງໂທລະຄົມ, ລະບົບນິເວດດິຈິຕອນຂອງ Unitel ກຳລັງຂະຫຍາຍຕົວຄວບຄຸມຫຼາຍຂະແໜງການ ແລະ ບໍລິການທີ່ຫຼາກຫຼາຍ. ນອກຈາກໂຄງລ່າງການເຊື່ອມຕໍ່ ແລະ ເຕັກໂນໂລຊີ 5G ແລ້ວ, Unitel ຍັງພັດທະນາໂຊລູຊັນ ດ້ານການເງິນດິຈິຕອນຜ່ານ Umoney, ບໍລິການໂລຈິສຕິກ ພ້ອມທັງບັນດາແອັບພລິເຄຊັນ ແລະ ໂຊລູຊັນເຕັກໂນໂລຊີ ທີ່ມຸ່ງເນັ້ນການຄຸ້ມຄອງພາກລັດ, ການສຶກສາ, ສາທາລະນະສຸກ ແລະ ຄວາມບັນເທີງດິຈິຕອນ.

ແຕ່ລະຂະແໜງການມີບົດບາດສະເພາະຂອງຕົນ ໂດຍມີເປົ້າໝາຍຮ່ວມກັນໃນການນຳເອົາເຕັກໂນໂລຊີ ມາຕອບສະໜອງຄວາມຕ້ອງການໃນຊີວິດປະຈຳວັນ ເຊັ່ນ: ການອຳນວຍຄວາມສະດວກດ້ານການຊຳລະເງິນ ແລະ ທຸລະກຳ, ເຊື່ອມໂຍງການຂົນສົ່ງສິນຄ້າ, ຂະຫຍາຍໂອກາດໃນການເຂົ້າເຖິງອົງຄວາມຮູ້ ລວມທັງຄ່ອຍໆນຳໃຊ້ເຕັກໂນໂລຊີເຂົ້າໃນການໃຫ້ບໍລິການພາກລັດ ແລະ ການເບິ່ງແຍງສຸຂະພາບ.

ຜ່ານການຂະຫຍາຍຈາກໂຄງລ່າງໂທລະຄົມໄປສູ່ບໍລິການ ແລະ ໂຊລູຊັນດິຈິຕອນ, Unitel ມຸ່ງໝັ້ນຢືນຢັນບົດບາດໃນການເປັນຄູ່ຮ່ວມດ້ານເຕັກໂນໂລຊີ ທີ່ພ້ອມຮ່ວມກ້າວໄປກັບປະຊາຊົນ, ພາກທຸລະກິດ ແລະ ລັດຖະບານລາວ ໃນເສັ້ນທາງການຫັນປ່ຽນສູ່ດິຈິຕອນ.

ພາຍໃນງານ Lao Digital Week 2026, ຜູ້ເຂົ້າຮ່ວມງານຈະມີໂອກາດໄດ້ຮຽນຮູ້ທິດທາງການພັດທະນາລະບົບນິເວດດິຈິຕອນຂອງ Unitel, ຄົ້ນພົບການນຳໃຊ້ເຕັກໂນໂລຊີ ທີ່ເຊື່ອມໂຍງກັບຊີວິດປະຈຳວັນ ພ້ອມຮ່ວມກິດຈະກຳຕ່າງໆແບບໂຕ້ຕອບຢູ່ພາຍໃນພື້ນທີ່ວາງສະແດງຂອງບໍລິສັດ.

ໄລຍະເວລາ: ວັນທີ 21–25 ຕຸລາ 2026

ສະຖານທີ່: ສູນການຄ້າລາວ-ໄອເຕັກ (ITECC) ນະຄອນຫຼວງວຽງຈັນ ສປປ ລາວ

ຢ່າລືມມາແວ່ ແລະ ຢ້ຽມຊົມສິ່ງດີໆ ທີ່ Unitel ຈະມອບໃຫ້ໃນງານ Lao Digital Week 2026 ເພື່ອຄົ້ນພົບບັນດາໂຊລູຊັນດິຈິຕອນ, ຮ່ວມຫຼິ້ນເກມມ່ວນໆ ແລະ ຮັບຂອງຂວັນສຸດພິເສດຫຼາກຫຼາຍ!.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ