ອຸດົມໄຊ ເຂັ້ມງວດ! ກວດສອບສານພິດຕົກຄ້າງໃນຜັກ ແລະ ໝາກໄມ້ ກວດ 24 ຕົວຢ່າງ ພົບສານຕົກຄ້າງປະລິມານຫຼາຍ 1 ຕົວຢ່າງ

21 Oct 2026

ຄລິກແຊຣ໌ 0 Facebook WhatsApp

ເມື່ອບໍ່ດົນມານີ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ສົມທົບກັບສູນປ້ອງກັນພືດ (ກົມປູກຝັງ) ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ວິຊາການ 4 ເມືອງເປົ້າໝາຍ ຄື: ເມືອງໄຊ, ເມືອງແບງ, ເມືອງຮຸນ ແລະ ເມືອງນາໝໍ້ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ ທັງທີ່ຜະລິດພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ຜູ້ບໍລິໂພກ.

ທ່ານ ພິມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ເປີດເຜີຍວ່າ: ການນຳໃຊ້ສານເຄມີ, ຝຸ່ນ ແລະ ຢາປາບສັດຕູພືດ ເປັນສາເຫດຫຼັກທີ່ເຮັດໃຫ້ເກີດສານພິດຕົກຄ້າງ ເຊິ່ງຖ້າບໍລິໂພກສະສົມເປັນເວລາດົນ ຈະສົ່ງຜົນກະທົບຕໍ່ຮ່າງກາຍ, ລະບົບສະໝອງ ແລະ ດ້ານກຳມະພັນ.

ສະນັ້ນ, ເຈົ້າໜ້າທີ່ຈຶ່ງຕ້ອງເພີ່ມມາດຕະການກວດກາ ແລະ ຄວບຄຸມແຫຼ່ງທີ່ມາຂອງສິນຄ້າຢ່າງເຂັ້ມງວດ.

ຜົນການສຸ່ມກວດຕົວຢ່າງຕົວຈິງ: ໃນການລົງພື້ນທີ່ກວດສອບຢູ່ຕະຫຼາດໜອງແມງດາ (ເມືອງໄຊ) ໄດ້ສຸ່ມເກັບຕົວຢ່າງທັງໝົດ 24 ຕົວຢ່າງ (ຜັກສົດ 14 ຕົວຢ່າງ ແລະ ໝາກໄມ້ສົດ 10 ຕົວຢ່າງ) ຜົນປາກົດວ່າ: ບໍ່ພົບສານພິດຕົກຄ້າງ 15 ຕົວຢ່າງ, ພົບສານພິດຕົກຄ້າງປະລິມານໜ້ອຍ 8 ຕົວຢ່າງ, ພົບສານພິດຕົກຄ້າງໃນປະລິມານຫຼາຍ (ລະດັບອັນຕະລາຍ) 1 ຕົວຢ່າງ.

ທັງນີ້, ທາງຄະນະຮັບຜິດຊອບຈະໄດ້ເປີດເຜີຍຜົນການກວດສອບໃຫ້ສັງຄົມຮັບຊາບ ເພື່ອໃຫ້ປະຊາຊົນມີຂໍ້ມູນໃນການຕັດສິນໃຈເລືອກຊື້-ບໍລິໂພກ ຜົນຜະລິດທີ່ປອດໄພຕໍ່ຮັກສາສຸຂະພາບຕໍ່ໄປ.

ທີ່ມາ: ຄານມະນີ ຮຽນດໍຈັນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ