ຮ່ວງຕັມ ກັບການເປີດແຟຣນຊາຍສາຂາທີ່ຕ່າງປະເທດຄັ້ງທຳອິດໃນ ສປປ ລາວ

21 Oct 2026

ຄລິກແຊຣ໌ 0 Facebook WhatsApp

ນະຄອນຫຼວງວຽງຈັນ ສປປ ລາວ (ຕຸລາ 2026) ຮ່ວງຕັມ (Hoang Tam) ຈັດງານສະຫຼອງເປີດສາຂາທໍາອິດຢ່າງເປັນທາງການຢູ່ ຊັ້ນ 2 ຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ ນັບເປັນສາຂາແຟຣນຊາຍແຫ່ງທຳອິດນອກເໜືອຈາກປະເທດຫວຽດນາມ ພ້ອມນຳສະເໜີປະສົບການການຮັບປະທານອາຫານຫວຽດນາມຕົ້ນຕຳລັບອາຫານຫຼູສຸດພິເສດ ສູ່ນະຄອນຫຼວງວຽງຈັນ.

ພາຍໃນງານໄດ້ຮັບກຽດຈາກ ທ່ານ ລີ ຮ່ວງຕັມ (Lee Hoang Tam) Managing Director ຮ່ວງຕັມ ຫວຽດນາມ, ທ່ານ ທຣັນ ຮູຟຸກ (Tran Huu Phuc) Director’s Assistant, ທ່ານ ຈັກກະພົງ ວັງຕະພັນ Chief Executive Officer ບໍລິສັດ KR F&B ແລະ ທ່ານ ເຈີໂຣມ ຊັງກີເຣີ (Jerome Sanguir) General Manager ບໍລິສັດ KR F&B ພ້ອມດ້ວຍພັນທະມິດທາງທຸລະກິດ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມສະແດງຄວາມຍິນດີໃນໂອກາດສໍາຄັນໃນຄັ້ງນີ້.

ທ່ານ ລີ ຮ່ວງຕັມ (Lee Hoang Tam) ໄດ້ກ່າວວ່າ: “ເຮົາຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປີດແຟຣນຊາຍສາຂາທຳອິດທີ່ປະເທດລາວ ນີ້ຖືເປັນກ້າວສຳຄັນຂອງ ຮ່ວງຕັມ (Hoang Tam) ແລະ ຫວັງຢ່າງຍິ່ງທີ່ຈະໄດ້ແບ່ງປັນປະສົບການການຮັບປະທານອາຫານຫວຽດນາມຕົ້ນຕຳລັບອາຫານຫຼູສຸດພິເສດ ທີ່ສະທ້ອນເຖິງລົດຊາດອາຫານ ວັດທະນະທຳປະເພນີ ແລະ ການຕ້ອນຮັບທີ່ອົບອຸ່ນຈາກບ້ານເກີດຂອງເຮົາ ”.

ຮ່ວງຕັມ (Hoang Tam) ຂໍເຊີນຊວນຊາວນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວທຸກທ່ານ ມາຮ່ວມສໍາຜັດສະເໜ່ຂອງລົດຊາດອາຫານຫວຽດນາມທີ່ສາຂາທຳອິດໃນຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ