ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 20 ຕຸລາ 2026.
ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນປະທານຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V; ມີຜູ້ຕາງໜ້າຈາກບັນດາກະຊວງ, ອຳນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ ແລະ ແຂກຖືກເຊີນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ສະຫຼຸບພາບລວມຜົນການສຳຫຼວດ ຄື: ຈຳນວນພົນລະເມືອງທັງໝົດ ມີ 7,555,536 ຄົນ (7.55 ລ້ານຄົນ) ລວມຜູ້ທີ່ມີໜ້າ ແລະ ບໍ່ມີໜ້າອາໄສຢູ່ເປັນປະຈຳ.
ຜູ້ທີ່ມີໜ້າອາໄສຢູ່ເປັນປະຈຳ ມີ 7.24 ລ້ານຄົນ (ປະກອບດ້ວຍ 6,744,701 ຄົນ ທີ່ຖືກຈົດນັບຕົວຈິງ + 497,069 ຄົນ ຈາກຄວາມຜິດດ່ຽງ (+7%) ໃນການປະເມີນຄຸນນະພາບ, ຜູ້ທີ່ອາໄສຢູ່ຕ່າງປະເທດ (ບໍ່ມີໜ້າອາໄສຢູ່ເປັນປະຈຳ) ມີ 313,766 ຄົນ.
ອັດຕາສ່ວນພົນລະເມືອງແມ່ຍິງຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາກວມເອົາ ກວມເອົາ 49.2% ແລະ ຜູ້ຊາຍ ກວມເອົາ 50.8%.
ກຳລັງແຮງງານ ແລະ ໂອກາດທາງເສດຖະກິດ ສັດສ່ວນພົນລະເມືອງໃນກຸ່ມກຳລັງແຮງງານ (ອາຍຸ 15–64 ປີ) ເພີ່ມຂຶ້ນເປັນ 65.0%, ເຮັດໃຫ້ອັດຕາສ່ວນຜູ້ເອື່ອຍອີງຫຼຸດລົງ ເຊິ່ງຖືເປັນ ໂອກາດທາງພົນລະເມືອງ (Demographic Dividend) ທີ່ສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ. ສ່ວນອັດຕາການຮູ້ໜັງສືຂອງພົນລະເມືອງອາຍຸ 6 ປີຂຶ້ນໄປ ບັນລຸ 83.6%.
ໃນພິທີ, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກຂະແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ກອງທຶນສຳລັບປະຊາກອນ ແຫ່ງ ສະຫະປະຊາຊາດ (UNFPA) ໃນຖານະຜູ້ປະສານງານ ແລະ ໃຫ້ການຊ່ວຍເຫຼືອຮອບດ້ານ, ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາ ເຊັ່ນ: ລັດຖະບານອົດສະຕຣາລີ, ຈີນ, ລຸກຊຳບວກ, ສະຫະລັດອາເມຣິກາ, ເຢຍລະມັນ, ສະວິດເຊີແລນ, ທະນາຄານໂລກ ແລະ ພາກສ່ວນອື່ນໆ ທີ່ເຮັດໃຫ້ການສຳຫຼວດແບບດີຈີຕອນຄັ້ງທຳອິດຂອງປະເທດ ປະສົບຜົນສຳເລັດຢ່າງຈົບງາມ.
ຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ນຳໃຊ້ຂໍ້ມູນຈາກການສຳຫຼວດຄັ້ງນີ້ ເປັນບ່ອນອີງສຳຄັນໃນການຕິດຕາມ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ວາງນະໂຍບາຍຂະແໜງການ ແລະ ຈັດສັນງົບປະມານລັດ, ພ້ອມທັງວາງແຜນການລົງທຶນໃສ່ໂຄງສ້າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ.
ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການ UNFPA ໄດ້ສະແດງຄວາມພາກພູມໃຈ ແລະ ກ່າວວ່າ: “ຜົນສຳເລັດການສຳຫຼວດພົນລະເມືອງແມ່ນບາດກ້າວສຳຄັນ ແຕ່ຜົນປະໂຫຍດທີ່ແທ້ຈິງ ແມ່ນການນຳໃຊ້ຂໍ້ມູນເຫຼົ່ານີ້ເຂົ້າໃນການກຳນົດນະໂຍບາຍໃຫ້ສອດຄ່ອງ ເພື່ອໃຫ້ທຸກຊຸມຊົນໄດ້ຮັບການພັດທະນາ ແລະ ບໍ່ປະປ່ອຍໃຜໄວ້ທາງຫຼັງ. ອົງການ UNFPA ຈະສືບຕໍ່ຢືນຄຽງບ່າຄຽງໄຫຼ່ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນເຂົ້າໃນການຂັບເຄື່ອນການພັດທະນາຂອງ ສປປ ລາວ ຢ່າງຍືນຍົງ”.
ທີ່ມາ: ປະຊາຊົນ