9 ເດືອນ ການສົ່ງອອກສິນຄ້າ ແຂວງ ອັດຕະປື ບັນລຸ 201 ລ້ານໂດລາ

20 Oct 2026

ຄລິກແຊຣ໌ 1 Facebook WhatsApp

ໃນໄລຍະ 9 ເດືອນຕົ້ນປີ 2026, ແຂວງອັດຕະປື ສາມາດສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ລວມມູນຄ່າ 201,312,059.03 ໂດລາສະຫະລັດ, ມີປະລິມານລວມ 239,863.184 ໂຕນ, ສະທ້ອນໃຫ້ເຫັນເຖິງການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ແລະ ການປຸງແຕ່ງຂັ້ນຕົ້ນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ.

ທ່ານ ສາຍຝົນ ນາມມະວົງສາ ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ຈັດຕັ້ງ ພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບຜົນງານ 9 ເດືອນເມື່ອວັນທີ 14 ຕຸລາ 2026 ວ່າ: ໃນໄລຍະຜ່ານມາ ແຂວງໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ແລະ ປຸງແຕ່ງຂັ້ນຕົ້ນ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ຂະຫຍາຍຕະຫຼາດສົ່ງອອກ.

ສຳລັບມູນຄ່າການສົ່ງອອກແບ່ງຕາມປະເພດ ປະກອບມີ: ພືດ ແລະ ຜະລິດຕະພັນຈາກການປູກພືດ 135,033.203 ໂຕນ, ມູນຄ່າ 165,715,897.41 ໂດລາສະຫະລັດ, ຜະລິດຕະພັນຈາກໂຮງງານປຸງແຕ່ງພືດ 82,432.66 ໂຕນ, ມູນຄ່າ 33,353,121.14 ໂດລາສະຫະລັດ, ສ່ວນໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ 22,397.32 ແມັດກ້ອນ, ມູນຄ່າ 2,243,040.48 ໂດລາສະຫະລັດ.

ນອກຈາກນີ້, ແຂວງຍັງໄດ້ອະນຸຍາດເຄື່ອນຍ້າຍສັດໄປຕ່າງແຂວງ 14 ຄັ້ງ, ລວມ 542 ໂຕ, ໃນນັ້ນ ມີຄວາຍ 405 ໂຕ ແລະ ງົວ 137 ໂຕ, ມູນຄ່າ 6,897 ລ້ານກີບ. ພ້ອມກັນນັ້ນ ຍັງມີການສົ່ງຜ່ານສັດອອກຕ່າງປະເທດ ປະກອບມີ: ຄວາຍ 1,759 ໂຕ, ງົວ 4,930 ໂຕ ແລະ ປາຄໍ່ 14,000 ໂຕ.

ຂະນະດຽວກັນ, ໃນໄລຍະ 9 ເດືອນຂອງປີນີ້ ຍັງມີການນຳເຂົ້າພືດຜັກລວມ 140.59 ໂຕນ, ມູນຄ່າ 36,381.35 ໂດລາສະຫະລັດ, ປະກອບມີ: ພືດຜັກສົດ 42.83 ໂຕນ, ພືດຜັກແຫ້ງ 81.58 ໂຕນ, ໝາກໄມ້ 15.59 ໂຕນ ແລະ ແປ້ງມັນຕົ້ນ 0.6 ໂຕນ. ນອກນັ້ນ ຍັງນຳເຂົ້າສັດລວມ 111,565 ໂຕ, ໃນນັ້ນ ມີໝູ 5,065 ໂຕ ແລະ ສັດປີກ 105,600 ໂຕ, ນຳເຂົ້າຜະລິດຕະພັນສັດ 1,407,509 ກິໂລ ແລະ ສິນຄ້າທີ່ກ່ຽວກັບສັດອີກ 8,214 ໂຕນ.

ຂ່າວ: ວັດທະນາ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ