ນະຄອນຫຼວງວຽງຈັນ ສປປ ລາວ (ຕຸລາ 2026) ໂອມຸ (OMU) ຈັດງານສະຫຼອງເປີດສາຂາທໍາອິດຢ່າງເປັນທາງການ ຢູ່ຊັ້ນ 2 ຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ ພ້ອມນຳສະເໜີເມນູປະຈຳຮ້ານເຂົ້າຫໍ່ໄຂ່ສະไຕລ໌ຍີ່ປຸ່ນ (Japanese-style Omurice)ໃຫ້ກັບຄົນທີ່ມີຄວາມຫຼົງໄຫຼອາຫານຍີ່ປຸ່ນໃນລາວ ໂດຍພາຍໃນງານມີຕົວແທນຈາກ OMU Thailand ຄະນະຜູ້ບໍລິຫານບໍລິສັດ KR F&B ພັນທະມິດທາງທຸລະກິດ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມສະແດງຄວາມຍິນດີໃນໂອກາດສໍາຄັນໃນຄັ້ງນີ້ຢ່າງອົບອຸ່ນ.
ຊ່ວງສຳຄັນຂອງງານກໍຄືພິທີການຕັດແຖບຜ້າເປີດຮ້ານຢ່າງເປັນທາງການ ນໍາໂດຍ ທ່ານ ກໍ່ກຽດ ງາມດຳຣົງ (Korkiat Ngamdamronk ) ພ້ອມດ້ວຍ ທ່ານ ພົງທອງ ງາມສິຣິວັດ (Pongthorn Ngamsiriwat) ຕົວແທນຈາກໂອມຸໄທ (OMU Thailand), ທ່ານ ນາງ ໂຣຣາ ໂອ Chief Executive Officer ຂອງຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ, ທ່ານ ຈັກກະພົງ ວັງຕະພັນ Chief Executive Officer ບໍລິສັດ KR F&B ແລະ ທ່ານ ສຸກສາຄອນ ພຸດທະວົງ General Manager ບໍລິສັດ KR F&B ຮ່ວມເປັນກຽດໃນພິທີເປີດຄັ້ງສຳຄັນນີ້.
ການເປີດສາຂາ ໂອມຸ OMU ໃນຄັ້ງນີ້ ຊ່ວຍເພີ່ມຄວາມຫຼາກຫຼາຍໃຫ້ກັບຮ້ານອາຫານ ແລະ ເຄື່ອງດື່ມພາຍໃນສູນການຄ້າ ກ໋ອກກ໋ອກ ເມກາ ປະຕູໄຊ ພ້ອມນຳສະເໜ່ຂອງເມນູເຂົ້າຫໍ່ໄຂ່ສະໄຕລ໌ຍີ່ປຸ່ນມາສູ່ລູກຄ້າ ນັກຊັອບ ແລະ ນັກທ່ອງທ່ຽວທີ່ມາຢ້ຽມຢາມ.
ໂອມຸລາວ (OMU Laos) ຂໍເຊີນຊວນທຸກທ່ານລອງເມນູປະຈໍາຮ້ານ ແລະ ເພີດເພີນກັບອາຫານທີ່ແຊບສະໄຕລ໌ຍີ່ປຸ່ນໄດ້ແລ້ວມື້ນີ້ ທີ່ໂອມຸ ຊັ້ນ2 ໃນຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ.