LDB Bank ຈັບມື TangChareon (TCR) Group “ປັກທຸງ” ກ້າວໃໝ່ ນຳໂຮງແຮມແບຣນລະດັບສາກົນສູ່ຫຼວງພະບາງ

18 Oct 2026

ຄລິກແຊຣ໌ 0 Facebook WhatsApp

ຫຼວງພະບາງ – ອີກໜຶ່ງກ້າວສຳຄັນກຳລັງຈະເກີດຂຶ້ນທີ່ນະຄອນຫຼວງພະບາງ ເມື່ອ ທະນາຄານ ພັດທະນາລາວ ຈຳກັດ (LDB Bank) ຮ່ວມກັບ TangChareon (TCR) Group ພັກດັນໂຄງການໃໝ່ ທີ່ມີເປົ້າໝາຍນຳເອົາ ໂຮງແຮມແບຣນລະດັບສາກົນ ເຂົ້າມາສູ່ ຫຼວງພະບາງ.

ການຮ່ວມມືຄັ້ງນີ້ ບໍ່ແມ່ນພຽງການນຳແຫຼ່ງທຶນເຂົ້າມາສະໜັບສະໜູນໂຄງການ ແຕ່ເປັນອີກໜຶ່ງພາບສະທ້ອນຂອງວິໄສທັດຮ່ວມກັນລະຫວ່າງພາກທຸລະກິດ ແລະ ທະນາຄານ ເພື່ອສ້າງທຸລະກິດພ້ອມກັບວາງຮາກຖານໃຫ້ການເຕີບໂຕໃນອະນາຄົດ.

TangChareon (TCR) Group “Social Growth Integrator”

“Social Growth Integrator” ຄືແນວຄິດທີ່ສະທ້ອນບົດບາດຂອງ TangChareon (TCR) Group ໃນການເປັນ “ຜູ້ບູລະນະການການເຕີບໂຕແກ່ສັງຄົມ” ໂດຍເຊື່ອມໂຍງການພັດທະນາທຸລະກິດກັບການເຕີບໂຕຂອງຊຸມຊົນ ແລະ ສັງຄົມ ຜ່ານການສ້າງຄວາມຮ່ວມມື ແລະ ການເປັນຄູ່ຮ່ວມທຸລະກິດຢ່າງມີຄຸນຄ່າ ແລະ ຍືນຍົງ. ສຳລັບທີ່ດິນເນື້ອທີ່ປະມານ 21,416 ຕາແມັດ ທີ່ຈະເປັນທີ່ຕັ້ງຂອງໂຄງການໃໝ່ນີ້, ທ່ານປະທານກຸ່ມບໍລິສັດໄດ້ຊື້ໄວ້ຫຼາຍກວ່າ 10 ປີກ່ອນ ດ້ວຍວິໄສທັດທີ່ຈະພັດທະນາ ແລະ ຂະຫຍາຍທຸລະກິດໂຮງແຮມຂອງກຸ່ມຈາກພາກໃຕ້ສູ່ພາກເໜືອຂອງລາວ. ການຮ່ວມກັນຜັກດັນໂຄງການໃນຄັ້ງນີ້ ຈຶ່ງເປັນກ້າວສຳຄັນໃນການນຳວິໄສທັດດັ່ງກ່າວມາພັດທະນາໃຫ້ເປັນຮູບປະທຳ ໂດຍໂຄງການນີ້ຈະເປັນໂຮງແຮມແຫ່ງທີ 4 ທີ່ພັດທະນາພາຍໃຕ້ TCR Group

ກ້າວໃໝ່ຂອງຫຼວງພະບາງ

ໂຄງການນີ້ມີແຜນລົງທຶນລວມຫຼາຍກວ່າ 12 ລ້ານໂດລາສະຫະລັດ ໂດຍມີເປົ້າໝາຍພັດທະນາເປັນໂຮງແຮມແບຣນລະດັບສາກົນ ທີ່ຈະເຂົ້າມາເພີ່ມທາງເລືອກດ້ານທີ່ພັກ ແລະ ສ້າງປະສົບການໃໝ່ໃຫ້ແກ່ນັກທ່ອງທ່ຽວ. ແນວຄິດຂອງໂຄງການເນັ້ນການຜະສົມຜະສານມາດຕະຖານການບໍລິການຂອງແບຣນເຂົ້າກັບສະເໜ່ ແລະ ເອກະລັກຂອງຫຼວງພະບາງ ເພື່ອໃຫ້ຜູ້ເຂົ້າພັກໄດ້ສຳຜັດບັນຍາກາດຂອງເມືອງມໍລະດົກໂລກ ຄຽງຄູ່ກັບຄວາມສະດວກສະບາຍໃນການພັກຜ່ອນ. ການພັດທະນານີ້ຈະເປັນອີກສ່ວນໜຶ່ງໃນການເສີມຄວາມພ້ອມດ້ານທີ່ພັກຂອງຫຼວງພະບາງ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ສົ່ງເສີມການເຕີບໂຕຂອງຂະແໜງການທ່ອງທ່ຽວລາວໃນລະຍະຍາວ.

LDB Bank – “ມິດທີ່ດີ ຢູ່ຄຽງຂ້າງທ່ານ ການຮ່ວມທືນ ແບບຍືນຍົງ”

ສຳລັບ LDB Bank ການຮ່ວມມືຄັ້ງນີ້ ຄືການນຳເອົາຈຸດຢືນຂອງທະນາຄານມາສູ່ການປະຕິບັດຈິງ ດັ່ງຄໍາທີ່ວ່າ “ມິດທີ່ດີ ຢູ່ຄຽງຂ້າງທ່ານ ການຮ່ວມທຶນ ແບບຍືນຍົງ”. ບົດບາດຂອງ LDB Bank ຈຶ່ງບໍ່ໄດ້ຈຳກັດຢູ່ພຽງການເປັນ “ຜູ້ສະໜອງແຫຼ່ງທຶນ” ແຕ່ມຸ່ງໝາຍເປັນ ຄູ່ຮ່ວມຍຸດທະສາດໄລຍະຍາວ ທີ່ພ້ອມຮ່ວມຄິດ, ຮ່ວມວາງແຜນ, ຮ່ວມແກ້ໄຂບັນຫາ ແລະ ຮ່ວມສ້າງການເຕີບໂຕໄປພ້ອມກັນ. ສຳລັບ LDB Bank, ການສະໜອງທຶນແມ່ນຈຸດເລີ່ມຕົ້ນ ແຕ່ການເຕີບໂຕໄປພ້ອມກັນຄືເປົ້າໝາຍຂອງຄວາມຮ່ວມມື.

ການຮ່ວມ “ປັກທຸງ” ໃນຄັ້ງນີ້ເປັນການຍົກລະດັບ ການເປັນຄູ່ຮ່ວມຍຸດທະສາດແບບຍືນຍົງ ລະຫວ່າງ LDB BANK ແລະ TangChareon (TCR) Group, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງ LDB Bank ໃນການຖືເອົາຄູ່ຮ່ວມຍຸດທະສາດເປັນໃຈກາງ ໃນການຂັບເຄື່ອນທຸລະກິດ, ການໃຫ້ຄຳປຶກສາ ແລະ ການພັດທະນາເສດຖະກິດຮ່ວມກັນ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ປະສົບຜົນສຳເລັດຮ່ວມກັນ ຢ່າງຍືນຍົງ. ພ້ອມທັງປະກອບສ່ວນ ພັດທະນາເສດຖະກິດສັງຄົມຂອງຊາດ ໂດຍສະເພາະ ການສ້າງວຽກເຮັດງານທຳ ແລະ ການປະກອບພັນທະໃຫ້ກັບພາກລັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ