ເມືອງສົບເບົາທຳລາຍສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບເພື່ອເປັນການປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ບົນພື້ນຖານຕາມນິຕິກຳທີ່ລະບຸໄວ້ ເປັນການຮັບປະກັນຜົນປະໂຫຍດອັນຊອບທຳ, ຄວາມປອດໄພທາງດ້ານສຸຂະພາບຂອງຜູ້ບໍລິໂພກ ໃຫ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ ໃຫ້ໄດ້ມາດຕະຖານ.ໃນວັນທີ 15 ຕຸລາ 2026 ນີ້, ຄະນະຄວບຄຸມອາຫານ ແລະ ຢາ ເມືອງສົບເບົາ ແຂວງຫົວພັນ ໄດ້ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບຂຶ້ນຢູ່ທີ່ສະໜາມຂີ້ເຫຍື້ອເກົ່າ ເມືອງສົບເບົາ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ.ເຄື່ອງທີ່ນຳມາທຳລາຍຄັ້ງນີ້ ແມ່ນໄດ້ມາຈາກການລົງກວດກາຕາມຮ້ານຂາຍສົ່ງ ແລະ ຂາຍຍ່ອຍຕ່າງໆໃນທົ່ວເມືອງ ເຊິ່ງຄະນະຄວບຄຸມອາຫານ ແລະ ຢາ ເມືອງສົບເບົາ ໄດ້ລົງກວດກາເຄື່ອນໄຫວໃນລະຫວ່າງວັນທີ 31/08/2026 – 09/09/2026 ທີ່ຜ່ານມາໃນທົ່ວເມືອງ ທີມງານໄດ້ລົງກວດກາຮ້ານຂາຍສົ່ງ 3 ຮ້ານ, ຮ້ານຂາຍຍ່ອຍ 115 ຮ້ານ, ຮ້ານອາຫານ 9 ຮ້ານ. ໃນນັ້ນ ກວດກາຕົວຈິງ 75 ຮ້ານ ພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ ຈຳນວນ 20 ຮ້ານ. ເຊິ່ງມີປະເພດຕ່າງໆເຊັ່ນ: ນ້ຳອັດລົມ, ນົມ, ເອັມຮ້ອຍ, ໝີ່, ເຂົ້າໜົມ ແລະ ເຄື່ອງສຳອາງມີສະບູ, ແປ້ງ, ຄີມ.ລວມມູນຄ່າສິນຄ້າທັງໝົດ 4 ລ້ານກວ່າກີບ.
ເມືອງສົບເບົາ ເຮັດແທ້! ທຳລາຍເຄື່ອງໝົດອາຍຸ 20 ຮ້ານ ມູນຄ່າ 4 ລ້ານ!
17 Oct 2026
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
06 Nov 2026
ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ຢູ່ ກະຊວງ ຍທຂ
06 Nov 2026
LXML ມອບຫໍພັກແພດໝໍສຸກສາລານາຊຽງແລ ມູນຄ່າກວ່າ 1 ຕື້ກີບ ເພື່ອຍົກລະດັບການບໍລິການຊຸມຊົນຕະຫຼອດ 24 ຊົ່ວໂມງ
06 Nov 2026
ລົດເມໂດຍສານຕໍາຊ່າງປ່າ ເຮັດໃຫ້ຜູ້ໂດຍສານບາດເຈັບ 27 ຄົນ
05 Nov 2026