ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງເຕືອນດ່ວນ ອີງຕາມແຈ້ງການ ເລກທີ 9059/ຍທຂ.ນວ ລົງວັນທີ 13 ຕຸລາ 2026ເນື່ອງຈະມີການຈັດ ງານບຸນຊ່ວງເຮືອປະເພນີ ນະຄອນຫຼວງວຽງຈັນ ປະຈຳປີ 2026 ທີ່ ທ່າວັດຈອມແຈ້ງ ເມືອງສີສັດຕະນາກ ລະຫວ່າງວັນທີ 14 – 18 ຕຸລາ 2026 ຈຶ່ງຈະມີການຈັດສັນເສັ້ນທາງການສັນຈອນໃໝ່ເພື່ອຮັບປະກັນໃຫ້ການສັນຈອນ ເປັນລະບຽບ ໂລ່ງລ່ຽນ ແລະ ປອດໄພ
ຂໍໃຫ້ທຸກທ່ານປະຕິບັດຕາມຢ່າງເຂັ້ມງວດ ດັ່ງນີ້:
1. ສຳລັບທ່ານທີ່ຈະມາທ່ຽວງານບຸນຊ່ວງເຮືອ
ໃຫ້ໃຊ້ ຖະໜົນທ່າເດື່ອ ເລີ່ມແຕ່ ເຂດຫຼັກ 4 ຫາ ວົງວຽນຈີນາຍໂມ້ ເທົ່ານັ້ນ
ການຈອດລົດ ຕາມຈຸດຝາກລົດທີ່ເຈົ້າໜ້າທີ່ກຳນົດໄວ້ຖ້າຈອດແຄມທາງ ໃຫ້ຈອດລຽບ ຂະໜານກັບເສັ້ນທາງເປັນແຖວດຽວ
ຫ້າມຈອດຊ້ອນກັນ 2-3 ຊັ້ນ / ຫ້າມຈອດຕັນທາງເຂົ້າ-ອອກສໍານັກງານ ອົງການ / ຫ້າມຈອດຕັນທາງຮ່ອມ ທາງຊອຍ2.
ທາງຮ່ອມ ແຄມຂອງ ປິດ 100%
ເສັ້ນທາງ ແຕ່ເຂດຫຼັກ 4 ຫາ ວົງວຽນຈີນາຍໂມ້ ເບື້ອງແຄມຂອງ ຫ້າມພາຫະນະທຸກຊະນິດຜ່ານຖ້າມີຄວາມຈຳເປັນເຂົ້າ-ອອກແທ້ໆ ໃຫ້ປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ປະຈຳແຕ່ລະຈຸດຢ່າງເຂັ້ມງວດ
3. ສຳລັບທ່ານທີ່ບໍ່ໄດ້ມາງານບຸນ ຂໍໃຫ້ຫຼີກລ້ຽງເສັ້ນທາງດັ່ງກ່າວ! ຫ້າມໃຊ້ຖະໜົນທ່າເດື່ອ (ເຂດຫຼັກ 4 – ວົງວຽນຈີນາຍໂມ້) ໃຫ້ໃຊ້ເສັ້ນທາງອ້ອມດັ່ງນີ້: ລົດທີ່ມາແຕ່ທິດເໜືອ (ຈັນທະບູລີ, ສີສັດຕະນາກ)
ໃຫ້ໃຊ້ ຖະໜົນລາວ-ໄທ, ເສັ້ນທາງໂສກປ່າຫຼວງ, ເສັ້ນທາງບ້ານສ້າງເຫວີຍ ຫຼື ເສັ້ນທາງບ້ານຈອມເພັດ
ລົດທີ່ມາແຕ່ທິດໃຕ້ (ເຂດບ້ານບໍ່ໂອ)
ໃຫ້ໃຊ້ ເສັ້ນທາງບ້ານຈອມເພັດ – ບ້ານສ້າງເຫວີຍ – ຖະໜົນລາວ-ໄທ
ລົດທີ່ມາແຕ່ຂົວມິດຕະພາບລາວ-ໄທ ມາຮອດວົງວຽນໜອງໄຮ ໃຫ້ໃຊ້ ຖະໜົນກຳແພງເມືອງ
ຈຶ່ງແຈ້ງມາເພື່ອຊາບ ແລະ ຂໍໃຫ້ພ້ອມກັນປະຕິບັດຕາມແຈ້ງການນີ້ ເພື່ອໃຫ້ງານບຸນປະເພນີຂອງພວກເຮົາ ດຳເນີນໄປຢ່າງຈົບງາມ ແລະ ປອດໄພ!