ການຕໍ່ຍອດຈາກ ກຽວໂຣເອັນ (Kyo Roll En) ສູ່ປະສົບການຮັບປະທານອາຫານສະໄຕລ໌ຍີ່ປຸ່ນ ພ້ອມເມນູປະຈຳຮ້ານ ໂອຊາຊູເກະ (Ochasuke) ໃນປະເທດລາວ.
ນະຄອນຫຼວງວຽງຈັນ ສປປ ລາວ (ຕຸລາ 2026) ກຽວຄາເຟ ແອນ ມຽວ (Kyo Cafe & Meal) ຈັດງານສະຫຼອງເປີດສາຂາຢ່າງເປັນທາງການ ທີ່ຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ ໂດຍເປັນແບຣນທີ່ຕໍ່ຍອດມາຈາກຮ້ານ ກຽວໂຣເອັນ (Kyo Roll En) ພ້ອມນຳສະເໜີຄອນເຊັບການຮັບປະທານອາຫານ ທີ່ໄດ້ຮັບແຮງບັນດານໃຈຈາກວັດທະນະທຳຍີ່ປຸ່ນ ທີ່ເນັ້ນຄວາມລຽບງ່າຍ ວັດຖຸດິບທີ່ມີຄຸນນະພາບ ແລະ ຄວາມໃສ່ໃຈລາຍລະອຽດ.
ຫົວໃຈສຳຄັນຂອງເມນູໂອຊາຊູເກະ (Ochasuke) ອາຫານຍີ່ປຸ່ນແບບເຂົ້າໃສ່ນໍ້ຳຊຸບທີ່ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ຮັບປະທານ ໄດ້ຢ່າງເພີດເພີນ ເສີບພ້ອມປາແຊວມອນ ສາຫຼ່າຍ ແລະ ນ້ຳຊຸບດາຊິສູດພິເສດ ປະສົມລົດຊາດຄວາມກົມກ່ອມເຂົ້າກັບວັດຖຸດິບທີ່ຜ່ານການຄັດສັນຢ່າງພິຖີພິຖັນ ມອບປະສົບການການລອງລົດຊາດອາຫານຍີ່ປຸ່ນ ໃນຖ້ວຍທີ່ລຽບງ່າຍແຕ່ທັງອີ່ມ ແລະ ແຊບ.
ພາຍໃນງານໄດ້ຮັບກຽດຈາກ ທ່ານ ລິດ ຄິວຄະຊາ (Litti Kewkacha) Chief Executive Officer of Kacha Brothers Company Limited, ທ່ານ ນາງ ຖາວອນ ວົງສົມບັດ ປະທານ KOLAO Group, ທ່ານ ນາງ ໂຣຣາ ໂອ Chief Executive Officer ຫ້າງກ໋ອກກ໋ອກ ເມກາ ປະຕູໄຊ, ທ່ານ ຈັກກະພົງ ວັງຕະພັນ Chief Executive Officer ຂອງບໍລິສັດ KR F&B ແລະ ທ່ານ ອານົນ ສາທຸການ General Manager of KR F&B ທີ່ໄດ້ມາຮ່ວມຍິນດີໃນໂອກາດສຳຄັນໃນຄັ້ງນີ້ດ້ວຍ.
ກຽວຄາເຟ ແອນ ມຽວ (Kyo Cafe & Meal) ຂໍເຊີນຊວນຊາວນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວທຸກທ່ານ ມາຮ່ວມສຳຜັດເມນູປະຈຳຮ້ານ ໂອຊາຊູເກະ (Ochasuke) ແລະ ປະສົບການການຮັບປະທານອາຫານທີ່ໄດ້ຮັບແຮງບັນດານໃຈຈາກວັດທະນະທໍາຍີ່ປຸ່ນໄດ້ແລ້ວມື້ນີ້ທີ່ຊັ້ນ 2 ຫ້າງ ກ໋ອກກ໋ອກ ເມກາ ປະຕູໄຊ ເປີດບໍລິການທຸກວັນ ເວລາ 9:30 – 21:00 ໂມງ.