ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸຸດທີ X ວັນທີ 12 ຕຸລາ 2026 ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ສະພາແຫ່ງຊາດ ກຳນົດບົດບາດ ແລະ ກົນໄກການມີສ່ວນຮ່ວມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໃນການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງໂຄງການ.
ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ສະແດງຄວາມເປັນເອກະພາບສູງ ຕໍ່ບົດສະຫລຸບການເຄື່ອນໄຫວວຽກງານ ຂອງຄະນະປະຈຳສະພາແຫ່ງຊາດ ປະຈຳປີ 2026 ຊຶ່ງເຫັນວ່າ ຂັ້ນເທິງຍາມໃດກໍໃຫ້ຄວາມສຳຄັນ ແລະ ຍົກສູງບົດບາດຂອງອົງການນິຕິບັນຍັດຕະຫລອດມາ ບໍ່ວ່າຈະເປັນສະພາແຫ່ງຊາດ ກໍຄື ສະພາປະຊາຊົນແຂວງ ເຮັດໃຫ້ສະມາຊິກສະພາ ສາມາດປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໃຫ້ ໄດ້ຢ່າງຄ່ອງຕົວ. ຢ່າງໃດກໍຕາມ ສຳລັບ ທິດທາງແຜນການເຄື່ອນໄຫວວຽກງານ ໃນ ປີ 2027 ນີ້ ສະເໜີໃຫ້ສະພາແຫ່ງຊາດ ກຳນົດບົດບາດ ແລະ ກົນໄກການມີສ່ວນຮ່ວມ ຂອງ ສສຊ ແລະ ສສຂ ມີສ່ວນຮ່ວມໃນການຕິດຕາມກວດກາແຕ່ຫົວທີ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນ ບັນໂຄງການລົງທຶນຂອງລັດ ໃສ່ພື້ນຖານໂຄງລ່າງ ໃຫ້ມີຄວາມເລິກເຊິ່ງເຖິງຖອງຂຶ້ນຕື່ມ
ໃນສະພາບປັດຈຸບັນ ຖ້າຈະອີງໃສ່ຂະແໜງການວິຊາສະເພາະດ້ານດຽວ ເຫັນວ່າເບິ່ງບໍ່ຫລ້ອນ ເພາະຢູ່ຂັ້ນກະຊວງແມ່ນແບ່ງເປັນຫລາຍກົມ ແລະ ໃນແຕ່ລະກົມ ກໍແບ່ງເປັນຫລາຍພະແນກ ຊຶ່ງແຕ່ລະພະແນກກໍມີພະນັກງານພຽງຫລັກສິບຄົນ ແລະ ສ່ວນຢູ່ຂັ້ນຂະແໜງຂຶ້ນກັບພະແນກການຕ່າງໆຂອງແຂວງກໍພົບປັນຫາບຸກຄະລາກອນເຊັ່ນດຽວກັນ. ສະນັ້ນ, ສະເໜີກຳນົດເປັນນິຕິກຳໃຫ້ ບັນດາ ສສຊ-ສສຂ ຕິດຕາມຊ່ວຍຕື່ມ ເພື່ອໃຫ້ການກໍສ້າງພື້ນຖານໂຄງລ່າງ ໄປຕາມແບບຕາມແຜນທີ່ກຳນົດໄວ້ ເພາະພວກເຮົາກໍໄດ້ສ້າງຕັ້ງ ສະພາແຂວງສຳເລັດມາຫລາຍສິບປີແລ້ວ ແລະ ຢູ່ຂັ້ນເມືອງກໍໄດ້ເລີ່ມສ້າງຕັ້ງໂດຍມີສະຫາຍເລຂາພັກເມືອງເປັນຫົວໜ້າຄະນະ, ຫາກໃຫ້ບົດບາດພວກເພີ່ນຕິດຕາມຊ່ວຍ ຈະເປັນການດີ, ສ່ວນງົບປະມານຮັບໃຊ້ກໍໃຫ້ບິແບ່ງເອົາເງິນຄຸ້ມຄອງໂຄງການເລີຍ.
ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີໃຫ້ ອອກແບບຫ້ອງການສະພາເມືອງ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອລໍຖ້າຄວາມພ້ອມທາງດ້ານງົບປະມານໃນການກໍ່ສ້າງ ແລະ ຄຽງຄູ່ກັນນັ້ນກໍສະເໜີພິຈາລະນາຄືນນະໂຍບາຍຕໍ່ ສສຊ ແລະ ສສຂ ຕາມຂັ້ນຄຸ້ມຄອງທີ່ກຳນົດໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ.
ຂໍ້ມູນ ຂ່າວສານປະເທດລາວ