ຫຼວງພະບາງ ປັບຂຶ້ນລາຄາປີ້ເຂົ້າຊົມ 6 ສະຖານທີ່ທ່ອງທ່ຽວເລີ່ມ 15 ພະຈິກ 2026

13 Oct 2026

ຄລິກແຊຣ໌ 0 Facebook WhatsApp

ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 2312/ວທຂ ລົງວັນທີ 13 ຕຸລາ 2026 ເຖິງບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການປັບປຸງລາຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ແຂວງຫຼວງພະບາງ.

ໂດຍຈະເລີ່ມປະຕິບັດລາຄາໃໝ່ ຕັ້ງແຕ່ວັນທີ 15 ພະຈິກ 2026 ເປັນຕົ້ນໄປ ລາຍລະອຽດດັ່ງນີ້:

– ຫໍພິພິທະພັນແຫ່ງຊາດ ຫຼວງພະບາງ:

ຄົນຕ່າງປະເທດ: 2 ແສນກີບ/ຄົນ/ປີ້

ຄົນລາວ: 20 ພັນກີບ/ປີ້

– ນ້ຳຕົກຕາດກວ້າງຊີ:

ຄົນຕ່າງປະເທດ: 1 ແສນກີບ/ປີ້

ຄົນລາວ: 20 ພັນກີບ/ປີ້

– ພູສີ:

ຄົນຕ່າງປະເທດ: 60 ພັນກີບ/ປີ້

ຄົນລາວ: 15 ພັນກີບ/ປີ້

– ຖ້ຳຕິ່ງ:

ຄົນຕ່າງປະເທດ: 60 ພັນກີບ/ປີ້

ຄົນລາວ: 15 ພັນກີບ/ປີ້

– ວັດວິຊຸນນະຣາດ:

ຄົນຕ່າງປະເທດ: 60 ພັນກີບ/ປີ້

ຄົນລາວ: ເຂົ້າຟຣີ

– ວັດຊຽງທອງ:

ຄົນຕ່າງປະເທດ: 60 ພັນກີບ/ປີ້

ຄົນລາວ: ເຂົ້າຟຣີ

ການປັບປຸງອັດຕາຄ່າເຂົ້າຊົມໃນຄັ້ງນີ້ ແມ່ນອີງຕາມມະຕິ ແລະ ຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງຫຼວງພະບາງ ພ້ອມທັງຜົນການຄົ້ນຄວ້າຮ່ວມກັນ ລະຫວ່າງ ພະແນກ ວທຂ ແລະ ພະແນກການເງິນແຂວງ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງຜູ້ປະກອບການ ແລະ ນັກທ່ອງທ່ຽວ ເພື່ອຊາບ ແລະ ກະຕຽມຄວາມຮຽບຮ້ອຍໃນການວາງແຜນທ່ອງທ່ຽວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ