ພົບຄວາມຜິດປົກກະຕິ ລົດເມ BRT ມູນຄ່າເກືອບ 100 ລ້ານໂດລາ

13 Oct 2026

ຄລິກແຊຣ໌ 0 Facebook WhatsApp

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລາ 2026 ຜ່ານມາ

ເຊິ່ງໄດ້ເປີດເຜີຍຜົນການກວດກາໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ມູນຄ່າສູງເຖິງ 99.70 ລ້ານໂດລາສະຫະລັດ (ທຶນກູ້ຢືມຈາກຕ່າງປະເທດ) ພົບເຫັນຄວາມຜິດປົກກະຕິ ແລະ ຂໍ້ຄົງຄ້າງຫຼາຍດ້ານໃນການຈັດຕັ້ງປະຕິບັດ.

ໂຄງການດັ່ງກ່າວໄດ້ເລີ່ມດຳເນີນມາແຕ່ປີ 2018 ຮອດປີ 2025, ມີການເຊັນສັນຍາແລ້ວທັງໝົດ 33 ສະບັບ ມູນຄ່າ 58.71 ລ້ານໂດລາສະຫາລັດ (ບໍ່ລວມອາກອນ) ຜ່ານການກວດກາລົງເລິກ ພົບເຫັນບັນຫາສຳຄັນຄື: ການເຊັນສັນຍາທັງໝົດ 33 ສະບັບ (ສັນຍາທີ່ປຶກສາ 24 ສະບັບ, ສັນຍາກໍ່ສ້າງ 5 ສະບັບ ແລະ ສັນຍາຈັດຊື້ 4 ສະບັບ) ແມ່ນບໍ່ມີສະບັບພາສາລາວເລີຍ.

ນອກນັ້ນຍັງມີການຈັດຊື້ລົດສາມລໍ້ໄຟຟ້າ ຈຳນວນ 150 ຄັນ ໃນລາຄາ 3,040 ໂດລາສະຫາລັດ/ຄັນ ເພື່ອຮັບໃຊ້ການຂົນສົ່ງຈາກເດີ່ນຈອດລົດໄປຫາສະຖານີລົດ BRT, ແຕ່ໃນຕົວຈິງຍັງບໍ່ທັນໄດ້ນຳໃຊ້ ຍ້ອນບໍ່ທັນມີເດີ່ນຈອດລົດ.

ມີສັນຍາວ່າຈ້າງບໍລິສັດທີ່ປຶກສາ, ຊ່ຽວຊານ ແລະ ອົງການກວດສອບພາຍນອກ ສູງເຖິງ 24 ສະບັບ ມູນຄ່າລວມກວ່າ 10.98 ລ້ານໂດລາສະຫະລັດ.

ແບບແຕ້ມໂຄງການບາງສ່ວນບໍ່ທັນໄດ້ຮັບການຮອງຮັບ, ມີບາງສະຖານີຖືກສ້າງຂຶ້ນແລ້ວຖືກທຸບມ້າງ-ຮື້ຖອນອອກ; ພ້ອມດຽວກັນນັ້ນ ຍັງພົບການນຳໃຊ້ບ້ວງເງິນ BRT ຈຳນວນ 1.52 ລ້ານກວ່າໂດລາສະຫະລັດ ໄປປັບປຸງ 9 ເສັ້ນທາງ ທີ່ບໍ່ໄດ້ມີກຳນົດໄວ້ໃນໂຄງການ, ໃນນັ້ນມີ 1 ເສັ້ນທາງ ມູນຄ່າ 584,508 ໂດລາສະຫະລັດ ທີ່ກໍ່ສ້າງສຳເລັດໂດຍບໍ່ໄດ້ຮັບການຕົກລົງ.

ມີການຕໍ່ອາຍຸສັນຍາຫຼາຍຄັ້ງ ແຕ່ວຽກງານຍັງບໍ່ສຳເລັດຕາມແຜນ ໂດຍສະເພາະການເວນຄືນທີ່ດິນ ແລະ ການໄກ່ເກ່ຍສິ່ງກີດຂວາງ.

ປະທານອົງການກວດກາແຫ່ງລັດ ໄດ້ລະບຸວ່າ ຈະສືບຕໍ່ລົງເລິກດຳເນີນການກວດກາໂຄງການຂົນສົ່ງແບບຍືນຍົງຢູ່ນະຄອນຫຼວງວຽງຈັນ ນີ້ໃຫ້ສຳເລັດ ເພື່ອຊີ້ໃຫ້ເຫັນຄວາມຮັບຜິດຊອບຂອງພະນັກງານ-ເຈົ້າໜ້າທີ່ ໃນການປະຕິບັດໂຄງການດັ່ງກ່າວຢ່າງຈະແຈ້ງ ແລະ ເດັດຂາດ.

ຂ່າວ: ເສດຖະກິດ-ສັງຄົມ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ