ກະຊວງ ອຄ ສໍາມະນາ ປັບປຸງວັດທະນະທໍາອົງກອນ ແລະ ການປັບປຸງແບບແຜນວິທີເຮັດວຽກ

12 Oct 2026

ຄລິກແຊຣ໌ 0 Facebook WhatsApp

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາ ຫົວຂໍ້: ການປັບປຸງວັດທະນະທຳອົງກອນ ແລະ ການປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ ຂຶ້ນໃນວັນທີ 9 ຕຸລາ 2026 ທີ່ຫ້ອງປະຊຸມ ລັດວິສາຫະກິດ ໄຟຟ້າລາວ ເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ, ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

ໂດຍມີບັນດາຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະພະແນກຂຶ້ນໄປຂອງຫ້ອງການ, ບັນດາກົມ, ສະຖາບັນ, ຄະນະຜູ້ອຳນວຍການບໍລິສັດ, ລັດວິສາຫະກິດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ຂຶ້ນກັບອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດ 550 ສະຫາຍ.

ໃນພາກເຊົ້າ, ໄດ້ດຳເນີນກອງປະຊຸມສຳມະນາໃນ ຫົວຂໍ້: ການປັບປຸງວັດທະນະທຳອົງກອນ ໂດຍໄດ້ຮັບຟັງການບັນຍາຍຈາກ ທ່ານ Chen Yijing, ຜູ້ບໍລິຫານ ບໍລິສັດ ຫົວເຫວີຍ ລາວ (ຕາງໜ້າຈາກບໍລິສັດ ຫົວເຫວີຍ ລາວ). ການສຳມະນາໃນຫົວຂໍ້ນີ້ມີຈຸດປະສົງ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ແນວຄິດການບໍລິຫານອົງກອນຈາກພາກທຸລະກິດຊັ້ນນຳ; ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບການສ້າງວັດທະ ນະທຳອົງກອນທີ່ເຂັ້ມແຂງ, ການສ້າງຄຸນຄ່າຮ່ວມ, ການສື່ສານພາຍໃນອົງກອນ ແລະ ການສ້າງແຮງຈູງໃຈໃຫ້ສະມາຊິກພັກ-ພະນັກງານ ເພື່ອນຳເອົາແນວຄິດດັ່ງກ່າວໄປປັບໃຊ້ເຂົ້າໃນການບໍລິຫານພາກລັດ, ບໍລິສັດ, ລັດວິສາຫະກິດ ແລະ ສະພາການຄ້າ ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນ.

ກອງປະຊຸມໄດ້ສືບຕໍ່ສຳມະນາໃນ ຫົວຂໍ້: ການປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ ໂດຍໄດ້ຮັບຟັງການບັນຍາຍຈາກ ສະຫາຍ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ. ທັງນີ້ ເພື່ອຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປັບປຸງແບບແຜນການນຳພາ-ຊີ້ນຳຂອງຄະນະພັກ, ເສີມສ້າງຄວາມຮູ້ ແລະ ແບບແຜນວິທີເຮັດວຽກໃໝ່ໃຫ້ກັບຄະນະພັກແຕ່ລະຂັ້ນ, ເນັ້ນໃສ່ໃຫ້ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງມີຄວາມສະອາດ, ໂປ່ງໃສ, ສາມາດກວດກາໄດ້ ແລະ ສອດຄ່ອງກັບແນວທາງ/ກົດລະບຽບຂອງພັກໃນໄລຍະໃໝ່. ນອກຈາກນີ້, ໃນພາກເຊົ້າຍັງໄດ້ຈັດພິທີປະກາດການຈັດຕັ້ງ ແລະ ໄດ້ຮັບຟັງຄຳເຫັນໂອ້ລົມ ແລະ ກ່າວປິດພາກເຊົ້າ ໂດຍ ສະຫາຍ ເລຂາຄະນະພັກກະຊວງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ