ສຶກສາຄວາມເປັນໄປໄດ້ ພັດທະນານິຄົມອຸດສາຫະກຳ ເຊກອງ-ດາກຈຶງ

12 Oct 2026

ຄລິກແຊຣ໌ 0 Facebook WhatsApp

 ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດ ອີເວີເວວ ນິຄົມອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ ຈຳກັດ ໄດ້ຈັດພິທີຮ່ວມລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາຄວາມເປັນໄປໄດ້ ໂຄງການພັດທະນານິຄົມອຸດສາຫະກໍາ ເຊກອງ-ດາກຈຶງ ຢູ່ເຂດບ້ານຕົງຊຽງ, ບ້ານດາກເຣີນ ແລະ ບ້ານດາກຈຶງ,  ເມືອງດາກຈຶງ,  ແຂວງເຊກອງ ພິທີເຊັນສັນຍາຈັດຂຶ້ນ ໃນວັນທີ 9 ຕຸລາ 2026 ທີ່ໂຮງແຮມ ສຸພັດຕຣາ ເຂົ້າຮ່ວມຂອງທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງເຊກອງ, , ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ອຄ, ພ້ອມນັ້ນມີ ຄະນະນຳຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນໂຄງການລົງທຶນຂອງພາກທຸລະກິດເອກະຊົນ ຕ່າງປະເທດ ຊຶ່ງເປັນໂຄງການທີ່ຂໍສໍາປະທານທີ່ດິນຂອງລັດ ໃນເນື້ອທີ່ ປະມານ 1,885 ເຮັກຕາ ຢູ່ເຂດເມືອງດາກຈຶງ,  ແຂວງເຊກອງ ຊຶ່ງມີເປົ້າໝາຍການສົ່ງເສີມ ການລົງທຶນໃນກິດຈະການ ຄື:

  1. ອຸດສາຫະກໍາປຸງແຕ່ງແຮ່ບົກຊິດເປັນ ອາລູມີນາ,  ອາລູມີນຽມ ທີ່ເປັນລະບົບຕ່ອງໂສ້ການຜະລິດ  ແຕ່ຕົ້ນນໍ້າ ຫາ ປາຍນໍ້າ;
  2. ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ;
  3. ອຸດສາຫະກໍາປຸງແຕ່ງອື່ນໆ ທີ່ລັດຖະບານສົ່ງເສີມ;
  4. ຜະລິດພະລັງງານໄຟຟ້າຖ່ານຫິນ ເພື່ອສະໜອງໃຫ້ນິຄົມ.

ໂຄງການດັ່ງກ່າວ ກໍ່ເປັນໂຄງການໜຶ່ງ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດຕາມດຳ​ລັດ​ວ່າ​ດ້ວຍ ນິ​ຄົມ​ອຸດ​ສາ​ຫະ​ກຳ ສະບັບເລກທີ 313/ລບ, ລົງວັນທີ 06 ມີນາ 2025 ຊຶ່ງໂຄງ ການນີ້ ເປັນໂຄງການທີ່ 7 ທີ່ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ໃນການພັດທະນານິຄົມອຸດສາຫະກໍາ ພາຍຫຼັງທີ່ລັດຖະບານ ໄດ້ອອກດໍາລັດ​ ດັ່ງກ່າວ.

ໃນໄລຍະສຶກສາຄວາມເປັນໄປໄດ້ ໂຄງການພັດທະນານິຄົມອຸດສາຫະກໍາ ເຊກອງ-ດາກຈຶງ ມີອາຍຸ 24 ເດືອນ ເລີ່ມແຕ່ມື້ລົງນາມເປັນຕົ້ນໄປ. ຖ້າສຶກສາສຳເລັດ ແລະ ມີຄວາມເປັນໄປໄດ້ ຈຶ່ງຈະສະເໜີອະນຸມັດຈາກລັດຖະບານ ເພື່ອເຊັນສັນຍາພັດທະນາ ຊຶ່ງທາງບໍລິສັດ ຄາດວ່າຈະມີການລົງທຶນ ທັງໝົດ ປະມານ  3.5 ຕື້ ໂດລາສະຫະລັດ ເພື່ອສ້າງໂຄງການດັ່ງກ່າວ ແລະ  ຄາດວ່າສາມາດສ້າງວຽກເຮັດງານທຳໄດ້ປະມານ 5 ພັນຄົນຂຶ້ນໄປ  ຊຶ່ງຈະສ້າງລາຍຮັບຈາກທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ທີ່ໂຄງການຕັ້ງຢູ່ ຫຼາຍພໍສົມຄວນ.

ໃນພິທີດັ່ງກ່າວ ໄດ້ຮັບກຽດລົງນາມໃນ MOU ໂດຍທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ WU YAFEI ຜູ້ອໍານວຍການໃຫຍ່ ບໍລິສັດ ອີເວີເວວ (ເຊກອງ) ນິຄົມອຸດສາຫະກໍາປຸງແຕ່ງແຮ່ທາດໂລຫະ ຈໍາກັດ.

ຂໍ້ມູນ: ຂ່າວສານກະຊວງ ອຄ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ