ລະວັງຢ່າຫຼົງກົນ ໂກງຈາກນາຍໜ້າຈັດຫາງານ ເພາະປັດຈຸບັນ ກະແສ ການອອກໄປເຮັດວຽກຢູ່ຕ່າງປະເທດ ກໍາລັງມາແຮງ ຖ້າບໍ່ເຊັກລະອຽດຖີ່ຖ້ວນ ອາດຕ້ອງໄດ້ເສຍເງິນ ແລະ ເສຍເວລາໃນການແລ່ນເອກະສານ ສຸດທ້າຍ ບໍ່ໄດ້ໄປເຮັດວຽກຕາມເປົ້າໝາຍ
ບັນຫາດັ່ງກ່າວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 7 ຕຸລາ 2026 , ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນຊີ້ແຈງ ຕໍ່ກັບມາດຕະການຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນ ກ່ຽວກັບກຸ່ມນາຍໜ້າເຖື່ອນ ແລະ ບໍລິສັດຈັດຫາງານທີ່ບໍ່ມີໃບອະນຸຍາດ ຫຼື ເຄື່ອນໄຫວແອບອ້າງ.
ສໍາລັບກໍລະນີ ຜູ້ອອກແຮງງານຕົກເປັນເຫຍື່ອຂອງບັນດາບໍລິດສັດທີ່ເຄື່ອນໄຫວແອບອ້າງເອົາຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ຜ່ານມາມີ ບໍລິສັດ ອຳມາລາ ຈຳກັດ, ບໍລິສັດ ທ່ອງທ່ຽວມາລາວ, ບໍລິສັດ ເອດສ ເຊີວິສ ຈຳກັດ ແລະ ບໍລິສັດ ລາວວີຊາ ຈຳກັດ. ກະຊວງ ຮສສ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງຕິດຕາມ, ກວດກາ ແລະ ເກັບກຳຫຼັກຖານຢ່າງລະອຽດ, ກ່ອນຈະລາຍງານ ແລະ ສົ່ງຕໍ່ໃຫ້ ກະຊວງປ້ອງກັນຄວາມສະຫງົບ ເພື່ອດຳເນີນມາດຕະການຕາມກົດໝາຍ ຕໍ່ບັນດານິຕິບຸກຄົນດັ່ງກ່າວຢ່າງເຂັ້ມງວດ.
ພ້ອມດຽວກັນນີ້, ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວ ທັງພາຍໃນ ແລະ ຕ່າງປະເທດ, ກະຊວງ ຮສສ ໄດ້ປະກາດ ເບີໂທສາຍດ່ວນ: 021 217738; 020 99535433
ເພື່ອໃຫ້ຜູ້ອອກແຮງງານ ຫຼື ປະຊາຊົນ ສາມາດໂທແຈ້ງຂໍ້ມູນ, ສະເໜີ ຫຼື ຮ້ອງຮຽນ ເມື່ອພົບເຫັນການແອບອ້າງ, ການເອົາປຽບ ຫຼື ເກີດບັນຫາໃນການໄປເຮັດວຽກຢູ່ຕ່າງປະເທດ ໄດ້ຢ່າງວ່ອງໄວ.
ນອກຈາກນີ້, ກະຊວງ ຮສສ ຍັງໄດ້ແຕ່ງຕັ້ງພະນັກງານປະຈຳຢູ່ຕ່າງປະເທດ (ປະຈຸບັນມີຢູ່ ຣາຊະອານາຈັກໄທ ແລະ ກຳລັງສະເໜີແຕ່ງຕັ້ງຕື່ມຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ) ພ້ອມທັງກຳນົດໃຫ້ບໍລິສັດຈັດຫາງານທີ່ຖືກຕ້ອງຕາມກົດໝາຍ ຕ້ອງມີພະນັກງານປະຈຳຢູ່ປະເທດປາຍທາງ ເພື່ອຄອຍຮັບຄຳຮ້ອງຮຽນ ແລະ ຊ່ວຍເຫຼືອແຮງງານລາວ