ລາວ-ຫວຽດນາມ ບັນລຸການລົງນາມເອກະສານຮ່ວມມື 11 ສະບັບ

09 Oct 2026

ຄລິກແຊຣ໌ 0 Facebook WhatsApp

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ 2026

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ພາຍຫຼັງສໍາເລັດການພົບປະ, ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 11 ສະບັບ ຄື:

1. ສັນຍາວ່າດ້ວຍການຮ່ວມມື ກ່ຽວກັບ ໂຄງການກໍ່ສ້າງ ເສັ້ນທາງມິດຕະພາບ ລຽບຊາຍແດນ ລາວ-ຫວຽດນາມ;

2. ບົດບັນທຶກການມອບ-ຮັບ ລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ຢູ່ ສປປ ລາວ;

3. ຂໍ້ຕົກລົງກ່ຽວກັບການຮ່ວມມືຄວາມປອດໄພທາງໄຊເບີ;

4. ສັນຍາກ່ຽວກັບໂຄງການກໍ່ສ້າງ ມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ;

5. ແຜນການຮ່ວມມື ປະຈໍາປີ 2027 ລະຫວ່າງ ສອງກະຊວງຍຸຕິທໍາ ລາວ ແລະ ຫວຽດນາມ;

6. ສັນຍາວ່າດ້ວຍການຮ່ວມມືວຽກງານການເງິນ ລະຫວ່າງ ສອງກະຊວງການເງິນ ລາວ ແລະ ຫວຽດນາມ;

7. ບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ສະໜອງນໍ້າມັນ ລາວ-ຫວຽດນາມ;

8. ຂໍ້ຕົກລົງວ່າດ້ວຍການຮ່ວມມື ກ່ຽວກັບຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາ;

9. ບົດບັນທຶກການຮ່ວມມື ລະຫວ່າງ ຄະນະກໍາມະການປົກຄອງແຂວງວຽງຈັນ ແລະ ຄະນະກໍາມະການປະຊາຊົນນະຄອນຮາຍຟ່ອງ ໄລຍະ 2026-2030;

10. ບົດບັນທຶກການຮ່ວມມື ລະຫວ່າງ ຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ຄະນະກໍາມະການປະຊາຊົນນະຄອນຮາຍຟ່ອງ ໄລຍະ 2026-2030

11. ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືມິດຕະພາບ ໄລຍະ 2026-2030 ລະຫວ່າງ ຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ຄະນະກໍາມະການປະຊາຊົນແຂວງນິງບິ່ງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ