ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ເຈດຈຳນົງ ເປັນຕົວແບບໃນການດຳເນີນທຸລະກິດຄຽງຄູ່ການມີສ່ວນຮ່ວມກັບສັງຄົມລາວ ດ້ວຍການເປັນຄູ່ຮ່ວມຍຸດທະສາດທີ່ສຳຄັນກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ໃນການຈັດງານວາງສະແດງສິນຄ້າຄັ້ງຍິ່ງໃຫຍ່ລະດັບປະເທດ “Made in Laos 2026” ເຊິ່ງຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 03–11 ຕຸລາ 2026 ນີ້, ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.
ສຳລັບງານ “Made in Laos 2026” ປີນີ້ ຈັດຂຶ້ນຢ່າງຍິ່ງໃຫຍ່, ໂດຍພາຍໃນງານລວມມີ 204 ບູດວາງສະແດງສິນຄ້າ ຈາກ 17 ແຂວງ ແລະ ນະຄອນຫຼວງ, ເຊິ່ງ ກວມເອົາ 160 ຫົວໜ່ວຍທຸລະກິດ ໃນ 8 ຂະແໜງການສຳຄັນ ເປັນຕົ້ນແມ່ນ: ສິນຄ້າກາໝາຍ Made in Laos, ຜະລິດຕະພັນ ODOP, ຫັດຖະກຳແຜ່ນແພ-ເຄື່ອງເງິນ, ເຟີນີເຈີ, ຜະລິດຕະພັນກະສິກຳ, ອາຫານ-ເຄື່ອງດື່ມ, ອຸດສາຫະກຳ, ລວມທັງຂະແໜງການທ່ອງທ່ຽວ ແລະ ການຂົນສົ່ງ.

ພິເສດ, ແຂວງຫົວພັນ ໃນຖານະເຈົ້າພາບຮ່ວມຍັງໄດ້ຈັດ Booth Pavilion ແບບພິເສດ ເພື່ອນຳສະເໜີວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳ, ອາຫານການກິນ ແລະ ແຫຼ່ງທ່ອງທ່ຽວຕ່າງໆຂອງແຂວງອີກດ້ວຍ.
ການເປັນຄູ່ຮ່ວມຍຸດທະສາດນີ້ ບໍ່ພຽງແຕ່ມີສ່ວນສຳຄັນ ປະກອບສ່ວນໃນຄວາມພະຍາຍາມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການພາຍໃນຂອງ LNCCI ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ສິນຄ້າລາວໃຫ້ຫຼາຍຂຶ້ນ, ຊຸກຍູ້ການຜະລິດພາຍໃນ, ສ້າງລາຍຮັບ ແລະ ຍົກລະດັບຫົວໜ່ວຍທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ຂອງລາວ ໃຫ້ສາມາດຜະລິດສິນຄ້າທີ່ມີຄຸນນະພາບ-ໄດ້ມາດຕະຖານ ເພື່ອຄວາມພ້ອມໃນການແຂ່ງຂັນທັງຕະຫຼາດພາຍໃນ ແລະ ຕະຫຼາດສົ່ງອອກສູ່ສາກົນ.

ທ່ານ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ທ່ານ ເຮັນຣິກ ແອນເດີຊັນ ໄດ້ກ່າວເຖິງຄວາມສຳຄັນໃນເປັນຄູ່ຮ່ວມຍຸດທະສາດຄັ້ງນີ້ວ່າ:
“ການທີ່ບໍລິສັດເບຍລາວສືບຕໍ່ໃຫ້ການສະໜັບສະໜູນງານ ‘Made in Laos 2026’ ໃນຄັ້ງນີ້ ພວກເຮົາມີຄວາມມຸ່ງໝັ້ນ ແລະ ໃຫ້ຄວາມສຳຄັນໃນການສະໜັບສະໜູນບັນດາກິດຈະກຳຂອງພາກລັດ ແລະ ເອກະຊົນ ທີ່ເລັງໃສ່ການພັດທະນາຫົວໜ່ວຍທຸລະກິດ SMEs ລາວ, ເພາະຫົວໜ່ວຍທຸລະກິດເຫຼົ່ານີ້ປຽບເໝືອນອົງປະກອບທີ່ສຳຄັນໃນການຂັບເຄື່ອນເສດຖະກິດຂອງຊາດ, ພ້ອມທັງເປັນຕົວແບບໃນການດຳເນີນທຸລະກິດແບບຍືນຍົງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ເຕີບໂຕໄປພ້ອມໆກັນໄດ້ຢ່າງໝັ້ນຄົງ.” ພາຍໃນງານນີ້ ບໍລິສັດ ເບຍລາວ ຈຳກັດ ກໍ່ໄດ້ຮ່ວມຈັດບູດວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງບໍລິສັດ ໂດຍສະເພາະ ກຸ່ມຜະລິດຕະພັນເບຍລາວ ທີ່ເປັນແບຣນສັນຍາລັກຂອງລາວ ເຊິ່ງ ໄດ້ຮັບການຍອມຮັບດ້ານຄຸນນະພາບໃນລະດັບສາກົນ ແລະ ເປັນໜຶ່ງໃນແບຣນທີ່ຊ່ວຍຖ່າຍທອດເອກະລັກ ແລະ ວັດທະນະທຳລາວສູ່ສາຍຕາສາກົນ.