ອົງການກວດສອບພົບ ລາຍຮັບບໍ່ມອບເຂົ້າງົບປະມານ 267.99 ຕື້ກີບ

08 Oct 2026

ຄລິກແຊຣ໌ 0 Facebook WhatsApp

ໃນປີ 2026 ອົງການກວດສອບແຫ່ງລັດ ມີແຜນ ການກວດສອບທັງໝົດ 147 ເປົ້າໝາຍ. ໃນນັ້ນ, ໄດ້ປະຕິ ບັດ 105 ເປົ້າໝາຍ ເທົ່າກັບ 71.43% ຂອງແຜນການກວດສອບທັງໝົດ (ຕາມມະຕິກອງປະຊຸມສະພາແຫ່ງຊາດຮັບຮອງ). ໃນນັ້ນ, ຂົງເຂດງົບປະມານ 59 ເປົ້າໝາຍ, ຂົງເຂດທະນາຄານ 9 ເປົ້າໝາຍ, ຂົງເຂດວິສາຫະກິດລັດລົງທຶນ ແລະ ບໍລິສັດ 17 ເປົ້າໝາຍ, ຂົງເຂດໂຄງການລົງທຶນຂອງລັດ 8 ເປົ້າໝາຍ, ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫລືອລ້າ 12 ເປົ້າໝາຍ. ສ່ວນ 42 ເປົ້າໝາຍ ແມ່ນຢູ່ໃນຂັ້ນຕອນການກວດສອບ ແລະ ຄາດວ່າຈະປະຕິບັດສໍາເລັດຕາມແຜນການພາຍ ໃນເດືອນຕຸລາ 2026.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026, ບົດລາຍງານຜົນການກວດສອບ ປະຈຳປີ 2026 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ວ່າ: ໃນປີ 2026 ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບຢູ່ໃນ 3 ຮູບແບບຄື: ການກວດສອບເອກະສານ ລາຍງານການເງິນ, ການກວດສອບຄວາມສອດຄ່ອງທາງດ້ານກົດໝາຍ, ລະບຽບການ ແລະ ການກວດສອບ ຜົນການຈັດຕັ້ງປະຕິບັດ ໂດຍສະເພາະຂົງເຂດງົບປະມານແຫ່ງລັດ ດ້ານລາຍຮັບງົບປະມານ ໄດ້ກວດສອບເຫັນເພີ່ມ ລາຍຮັບສ່ວຍສາອາກອນ, ຊັບສິນຂອງລັດ ແລະ ລາຍຮັບອື່ນໆ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 267.99 ຕື້ກີບ. ໃນນັ້ນ, ໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 78.26 ຕື້ກີບ, ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ ແລະ ຝາກໄວ້ໃນລະບົບບັນຊີເງິນຝາກຄັງເງິນ 189.73 ຕື້ກີບ; ມີໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນ ແລະ ໜີ້ຕ້ອງຮັບອື່ນໆ ຮອດທ້າຍປີ 2025 ເປັນເງິນຈຳນວນ 7,071.32 ຕື້ກີບ, ໃນນັ້ນໜີ້ຕ້ອງຮັບສ່ວຍສາອາກອນ 3,320.85 ຕື້ກີບ, ໜີ້ຕ້ອງຮັບຊັບສິນ 3,224.10 ຕື້ກີບ, ໜີ້ຕ້ອງຮັບອື່ນໆ 526.37 ຕື້ກີບ; ຍອດເງິນລາຍຮັບວິຊາການທີ່ຄ້າງສະສາງ ແລະ ສະສົມໃນບັນຊີເງິນຝາກກົມກອງບໍລິຫານວິຊາການ (ບັນຊີ 4712000) ຈໍານວນ 1,262.30 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 1,258.73 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 3.57 ຕື້ກີບ ຍັງບໍ່ໄດ້ມີການໄລ່ລຽງຕາມລະບຽບການ; ຍອດເງິນໃນບັນຊີລາຍຮັບລໍຖ້າຈັດສັນ (ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດ 1,993.28 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 1,992.21 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 1.07 ຕື້ກີບ. ນອກຈາກນີ້, ຍັງກວດສອບເຫັນ 10 ແຂວງ (ແຂວງຜົ້ງສາລີ, ຫລວງນໍ້າທາ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ຄຳມ່ວນ, ສາລະວັນ, ເຊກອງ, ຈຳປາສັກ, ອັດຕະປື) ເກັບພັນທະຕ່າງໆ (ພັນທະອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ເງິນລາຍຮັບວິຊາການ) ບໍ່ຄົບຖ້ວນຕາມການໄລ່ລຽງ ແລະ ແຈ້ງມອບ 54.46 ຕື້ກີບ ແລະ 959,157.41 ໂດລາສະຫະລັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ