ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຕາງໜ້າໃຫ້ລັດຖະບານ ໄດ້ຊີ້ແຈງຕໍ່ບັນດາຄຳຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບກົນໄກການຈັດສັນງົບປະມານແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ X, ຄັ້ງວັນທີ 07 ຕຸລາ 2026 ໂດຍລັດຖະບານໄດ້ກຳນົດທິດທາງ ແລະ ມາດຕະການຈັດສັນງົບປະມານ ໂດຍເນັ້ນໃສ່ການແກ້ໄຂຊີວິດຄວາມເປັນຢູ່ຂອງພະນັກງານ-ລັດຖະກອນ ພ້ອມທັງເພີ່ມທຶນໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ສາທາລະນະສຸກຢ່າງມີຈຸດສຸມ.
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງວ່າ: ການຈັດສັນງົບປະມານແຫ່ງລັດ ແມ່ນອີງໃສ່ດຳລັດ ເລກທີ 254/ລບ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 17/ນຍ. ໃນນີ້, ລັດຖະບານໄດ້ໃຫ້ບຸລິມະສິດສູງສຸດແກ່ການເພີ່ມເງິນເດືອນ ແລະ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ, ໂດຍກຳນົດໃຫ້ເງິນເດືອນຂັ້ນຕ່ຳບໍ່ໃຫ້ຫຼຸດ 3,000,000 ກີບ, ເພື່ອຮັບປະກັນໃຫ້ສາມາດປະຄອງຄ່າຄອງຊີບໃນເງື່ອນໄຂປັດຈຸບັນ.
ນອກຈາກນີ້, ລັດຖະບານຍັງໄດ້ເພີ່ມງົບປະມານໃຫ້ຂະແໜງການສຶກສາ ແລະ ສາທາ ຢ່າງແຂງແຮງ ໃນນີ້:
ຂະແໜງສຶກສາທິການ ແລະ ກິລາ: ໄດ້ຮັບງົບປະມານເພີ່ມຂຶ້ນ 35% ທຽບໃສ່ປີ 2025. ໃນນັ້ນ, ໄດ້ຈັດສັນ 256.72 ຕື້ກີບ ເພື່ອເພີ່ມອັດຕາກິນອາຫານທ່ຽງນັກຮຽນປະຖົມໃນເຂດຫ່າງໄກສອກຫຼີກ ຈາກ 5,000 ກີບ/ຄົນ/ມື້ ມາເປັນ 10,000 ກີບ/ຄົນ/ມື້; ຈັດສັນ 91,54 ຕື້ກີບ ເປັນເບ້ຍລ້ຽງນັກຮຽນສາມັນ ເພື່ອຫຼຸດຜ່ອນການປະລະການຮຽນ; ຈັດສັນ 40 ຕື້ກີບ ເພື່ອພິມປຶ້ມຫຼັກສູດ ແລະ ອຸປະກອນການຮຽນ-ການສອນໃໝ່; ແລະ ຈັດສັນ 125.80 ຕື້ກີບ ເປັນທຶນສົມທົບກັບອົງການຈັດຕັ້ງສາກົນ ເພື່ອແກ້ໄຂບັນຫາຂາດແຄນຄູ.
ຂະແໜງສາທາລະນະສຸກ: ໄດ້ຮັບງົບປະມານເພີ່ມຂຶ້ນ 13% ທຽບໃສ່ປີ 2025, ໂດຍໄດ້ເພີ່ມທຶນສົມທົບ 144.18 ຕື້ກີບ ເຂົ້າໃນ 5 ແຜນງານສຳຄັນ ຕາມເງື່ອນໄຂຂອງສາກົນ ເຊັ່ນ: ການສັກຢາກັນພະຍາດແມ່ ແລະ ເດັກ, ການຕ້ານເອັດ, ວັນນະໂລກ, ໄຂ້ຍຸງ, ວຽກງານສຸຂະພາບຈະເລີນພັນ, ແລະ ການກໍ່ສ້າງໂຮງໝໍມະຫາວິທະຍາໄລ 400 ຕຽງ ຢູ່ດົງໂພສີ.
ການປັບປຸງນະໂຍບາຍງົບປະມານໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການຍົກລະດັບຄຸນນະພາບຊີວິດຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ຄວບຄູ່ໄປກັບການສ້າງພື້ນຖານການພັດທະນາຊັບພະຍາກອນມະນຸດໃຫ້ເຂັ້ມແຂງໃນໄລຍະຍາວ.