ໃນກອງປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອວັນທີ 7 ຕຸລາ 2026 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຊີ້ແຈງຕໍ່ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມຊຸກຍູ້ໂຮງຮຽນພາກເອກະຊົນ ວ່າ: ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຍັງມີບາງດ້ານທີ່ບໍ່ທັນເຂັ້ມງວດ, ໂດຍສະເພາະການຕິດຕາມ ແລະ ກວດກາການເຄື່ອນໄຫວຂອງໂຮງຮຽນເອກະຊົນ.
ປະຈຸບັນ, ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງໃຫ້ພະແນກສຶກສາທິການ ແລະ ກີລາ ທົ່ວປະເທດ ສົມທົບກັບສະມາຄົມການສຶກສາພາກເອກະຊົນໃນທ້ອງຖິ່ນຕົນ ເພື່ອດຳເນີນການສະຫຼຸບຕີລາຄາການເຄື່ອນໄຫວໄລຍະຜ່ານມາ, ເພື່ອໃຊ້ເປັນຂໍ້ມູນໃນການປັບປຸງນິຕິກຳ ແລະ ກົນໄກການຄຸ້ມຄອງ. ສຳລັບທິດທາງການຄຸ້ມຄອງແມ່ນຈະແບ່ງເປັນ 2 ຂັ້ນຢ່າງຊັດເຈນ ຄື: ຂັ້ນກະຊວງ: ເຮັດໜ້າທີ່ຄຸ້ມຄອງມະຫາພາກ, ຄົ້ນຄວ້າບັນດານິຕິກຳ ແລະ ລະບຽບການຕ່າງໆ; ຂັ້ນທ້ອງຖິ່ນ: ເຮັດໜ້າທີ່ຄຸ້ມຄອງຈຸນລະພາກ, ຕິດຕາມ ແລະ ກວດກາການເຄື່ອນໄຫວຕົວຈິງຂອງໂຮງຮຽນເອກະຊົນຢ່າງໃກ້ຊິດ.
ສຳລັບປະເດັນອັດຕາຄ່າຮຽນ, ກະຊວງສຶກສາທິການ ແລະ ກີລາ ກຳລັງຄົ້ນຄວ້າແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ໂດຍຈະມີການສ່ວນຮ່ວມຈາກທັງພາກລັດ ແລະ ພາກເອກະຊົນ ເພື່ອຮ່ວມກັນຄົ້ນຄວ້າ, ພິຈາລະນາ ແລະ ດັດສົມການເກັບຄ່າຮຽນໃຫ້ເໝາະສົມ.