ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຊີ້ແຈງຕໍ່ສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງທີ່ດິນ ແລະ ປ່າໄມ້

07 Oct 2026

ຄລິກແຊຣ໌ 0 Facebook WhatsApp

ວັນທີ 7 ຕຸລາ 2026 ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ໃນປະເດັນສຳຄັນຄື:

I.ການກວດກາໂຄງການເຊົ່າ-ສຳປະທານດິນຂອງລັດທີ່ ບໍ່ໄປຕາມລະບຽບການ ຫຼື ບໍ່ໄປຕາມແຜນການທີ່ສະເໜີ ການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້, ການຟື້ນຟູປ່າ ແລະ ປູກປ່າທົດແທນ

1. ການຕິດຕາມ, ກວດກາ ແລະ ປະເມີນ ໂຄງການເຊົ່າ ແລະ ສຳປະທານທີ່ດິນ ທີ່ບໍ່ມີປະສິດທິພາບ

ປີ 2021: ແຕ່ງຕັ້ງຄະນະສະເພາະກິດ ກວດກາ 438 ໂຄງການໃນທົ່ວປະເທດ, ຮອດຕົ້ນປີ 2025: ຂະຫຍາຍກວດກາທັງໝົດ 2,547 ໂຄງການ ພົບມີບັນຫາ 570 ໃນຕົ້ນປີ 2025 ສໍາເລັດການກວດກາຕົວຈິງ ມີໂຄງການລົງທຶນທັງໝົດ 2,547 ໂຄງການ (ມີ 570 ໂຄງການ ທີ່ມີບັນຫາ) ໄດ້ມອບໃຫ້ທ້ອງຖິ່ນ ຊຸກຍູ້ແກ້ໄຂ, ຍົກເລີກໂຄງການທີ່ບໍ່ປະຕິບັດຕາມລະບຽບ; ລັດຖະບານໄດ້ອອກແຈ້ງການ ເລກທີ 723/ຫສນຍ (02 ມິຖຸນາ 2026) ວາງແຜນນຳໃຊ້ເນື້ອທີ່ດິນແບບລວມສູນ; ໄດ້ສ້າງ ແລະ ພັດທະນາລະບົບ ຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ (LCIS); ການອອກໃບຕາດິນ ກະຊວງໄດ້ ຮ່ວມກັບ ທ້ອງຖິ່ນ ແລະ ພາກເອກະຊົນ ປະຕິບັດໄດ້: 156,070 ຕອນ = 459% ຂອງແຜນປີ 2026; ເກີນກວ່າແຜນ 5 ປີ (2026–2030) ທີ່ວາງໄວ້ 150,000 ຕອນ;

2. ສຳລັບການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້

ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ອອກ ຄຳສັ່ງ ເລກທີ 15/ນຍ, ຄຳສັ່ງເລກທີ 11/ນຍ, ຄຳສັ່ງ ເລກທີ 11/ຄລສພ, ທາງຂະແໜງການໄດ້ເອົາໃຈໃສ່ ຄຸ້ມຄອງປ່າໄມ້ ຕາມລະບົບ 3 ປະເພດປ່າ ແລະ ເຊິ່ງວຽກງານດັ່ງກ່າວ ໄດ້ຖືກກໍານົດເປັນ 1 ໃນ 7 ແຜນງານຂອງຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ແຕ່ນີ້ ຮອດປີ 2030. ນັບແຕ່ປີ 2021 ກວດພົບ ແລະ ປະຕິບັດກົດໝາຍ ຕໍ່ຜູ້ລະເມີດ ໄດ້ຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ. ຕໍ່ການກະທໍາດັ່ງກ່າວ ໄດ້ດໍາເນີນຄະດີ ຕໍ່ຜູ້ລະເມີດ ຈໍານວນ 579 ຄະດີ; ແຜນຕໍ່ໜ້າ: ຖືການປົກປັກຮັກສາປ່າເປັນໜ້າທີ່ການເມືອງ ແລະ ຕົວຊີ້ວັດຜົນງານ, ກວດກາຂອບເຂດ, ປັກຫຼັກໝາຍ; ຮັບຮູ້ສິດນຳໃຊ້ທີ່ດິນ 3 ຮູບແບບ: ອອກໃບຕາດິນ, ໃບຢັ້ງຢືນສິດນຳໃຊ້ທີ່ດິນ, ໃບສັນຍາຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້; ຫ້າມສົ່ງອອກໄມ້ຈາກປ່າທຳມະຊາດ; ອະນຸຍາດສະເພາະຜະລິດຕະພັນສຳເລັດຮູບ; ກວດກາເຂດຊາຍແດນ ແລະ ເຄື່ອງມືຂຸດຄົ້ນຂຸດຄົ້ນໄມ້ໃຫ້ເຂົ້າສູ່ລະບຽບ

3. ການຟື້ນຟູ ແລະ ປູກປ່າທົດແທນ: ປີ 2026 ໄດ້ຮັບເງິນ ທີ່ໂຄງການ ແລະ ບໍລິສັດ ໄດ້ປະກອບພັນທະ ເຂົ້າໃນ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ມູນຄ່າ 4.7 ຕື້ກວ່າ ກີບ ແລະ ໄດ້ອະນຸມັດດໍາເນີນການປູກປ່າ ແລະ ຟື້ນຟູປ່າທົດແທນ ມູນຄ່າ 2.26 ຕື້ ເທົ່າກັບ 48% ຂອງແຜນການປີ.

II. ການສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ

ການຜະລິດສະບຽງອາຫານ ແມ່ນສາມາດກຸ້ມກິນ ແລະ ມີສ່ວນແຮໄວ້. ສຳລັບປີ 2026 ນີ້, ການຜະລິດເຂົ້າ ຈະສາມາດປະຕິບັດໄດ້ 95% ຂອງແຜນການ (3.9 ລ້ານໂຕນ) ສາມາດຮັບປະກັນການບໍລິໂພກພາຍໃນຢ່າງພຽງພໍ, ພືດຜັກ-ໝາກໄມ້: ປູກໄດ້ 255,500+ ເຮັກຕາ = 91% ຂອງແຜນ, ຄາດຜົນຜະລິດ 2.3 ລ້ານໂຕນ, ຊີ້ນ-ປາ-ໄຂ່: 440,000 ໂຕນ = 76.6% ຂອງແຜນ; ຄາດບັນລຸຕາມແຜນທ້າຍປີ; ສິນຄ້າຜະລິດເອງໄດ້ 100% ປະກອບມີ: ເຂົ້າ, ກາເຟ, ຊາ, ປານ້ຳຈືດ, ຊີ້ນງົວ-ຄວາຍ-ສັດປີກ-ໝູ, ໄຂ່; ຫຼຸດການນຳເຂົ້າ ໃນ 9 ເດືອນປີ 2026 = 40 ລ້ານໂດລາ, ຫຼຸດ 50% ທຽບໄລຍະດຽວກັນປີກ່ອນ. ການສົ່ງອອກ ໃນ9 ເດືອນ 2026: ລວມ 1,389 ລ້ານໂດລາ = 73% ຂອງແຜນ (1,900 ລ້ານ) ປະກອບມີ ພືດ ຜະລິດຕະພັນພືດ: 1,002 ລ້ານໂດລາ ເທົ່າກັບ 84% ຂອງແຜນການ, ສັດ ຜະລິດຕະພັນສັດ: 148.2 ລ້ານໂດລາ ເທົ່າກັບ 74% ຂອງແຜນການ, ໄມ້ ແລະ ຜະລິດຕະພັນໄມ້, ຢາງພາລາ, ເຄື່ອງປ່າຂອງດົງ, ຖ່ານຂາວ: 238.9 ລ້ານໂດລາ ເທົ່າກັບ 48% ຂອງແຜນການ;

ໄດ້ເຈລະຈາເຕັກນິກເປີດຕະຫຼາດກັບປະເທດຄູ່ຄ້າ ໄດ້ທັງໝົດ 80 ລາຍການ. ໃນນັ້ນ, ສປ ຈີນ: ພືດ 39 ລາຍການ ແລະ ສັດ 5 ລາຍການ (ງົວ-ຄວາຍ, ລີງຫາງຍາວ, ລີງວອກ, ປາສະຫວາຍ ແລະ ນ້ຳເຜິ້ງ) ສສ. ຫວຽດນາມ: ມີ 19 ລາຍການພືດ; ປະເທດໄທ 16 ລາຍການພືດ; ລາຊະອານາຈັກ ກໍາປູເຈຍ ສັດໃຫຍ່ 1 ລາຍການ. ຄາດວ່າ ຕົ້ນປີ 2027 ຈະໄດ້ສົ່ງອອກ ຊີ້ນງົວປຸງສຸກ ໄປ ສປ ຈີນ.

III. ການຄຸ້ມຄອງ ຕິດຕາມ ກວດກາ ແລະ ແກ້ໄຂ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຂອງບັນດາໂຮງຈັກ ໂຮງງານ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການປູກພືດກະສິກໍາ ແລະ ໂດຍສະເພາະ ການປ່ອຍນໍ້າເປື້ອນ, ການນໍາໃຊ້ສານເຄມີເກີນຄ່າມາດຕະຖານ

ໄດ້ດຳເນີນການຕິດຕາມ ກວດກາ ໃນ 3 ຮູບການ ຄື 1) ຕິດຕາມກວດກາ ຕາມແຜນຄຸ້ມຄອງ, 2) ຕິດຕາມກວດກາສິ່ງແວດລ້ອມ ຂອງບັນດາໂຄງການທີ່ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ; 3) ຕິດຕາມກວດກາ ຕາມການສະເໜີ ແລະ ຕິດຕາມກວດກາ ໃນກໍລະນີເກີດເຫດການສຸກເສີນ. ມາຮອດປະຈຸບັນ ມີໂຄງການລົງທຶນທີ່ຂັ້ນສູນກາງອະນຸມັດ ທີ່ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ທັງໝົດ 362 ໂຄງການ, ໃນນັ້ນ ໂຄງການລົງທຶນຂະແໜງບໍ່ແຮ່ມີ 127 ໂຄງການ; ໂຄງການລົງທຶນດ້ານພະລັງງານມີ 116 ໂຄງການ ແລະ ບັນດາໂຮງຈັກໂຮງງານ ແລະ ໂຄງການປູກພືດກະສິກໍາ ມີ 119 ໂຄງການ.

ຜ່ານການຕິດຕາມກວດກາໄລຍະຜ່ານມາ ເຫັນວ່າ ມີຫຼາຍກິດຈະການ ທີ່ປະຕິບັດຕາມມາດຖານ. ຄຽງຄູ່ກັນນັ້ນ, ກໍຍັງມີບາງໂຄງການ ທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຊັ່ນ ບັນຫາການປ່ອຍນ້ຳເສຍທີ່ມີສານປົນເປື້ອນລົງສູ່ສາຍນ້ຳທຳມະຊາດ, ບັນຫາມົນລະພິດທາງອາກາດ, ກິ່ນຂິວຈາກໂຮງງານອຸດສາຫະກຳ, ການຮົ່ວໄຫຼຂອງສານເຄມີ ແລະ ອື່ນໆ. ຕໍ່ຜົນກະທົບດັ່ງກ່າວນັ້ນ ຂະແໜງການ ກໍໄດ້ປະຕິບັດມາດຕະການ ໂຈະຊົ່ວຄາວ ແລະ ປັບໃໝຕາມແຕ່ກໍລະນີ ເຊັ່ນ: ຖອນໃບຢັ້ງຢືນສິ່ງແວດລ້ອມ 2 ໂຄງການ ຄື: ໂຄງການເກືອກາລີ ທົ່ງມັ່ງ ແລະ ໂຮງງານຜະລິດແປ້ງມັນຕົ້ນ ແຂວງສາລະວັນ (ທ້ອງຖິ່ນຂັ້ນແຂວງ ເປັນຜູ້ດໍາເນີນການ), ກະກຽມ ຖອນໃບຢັ້ງຢືນສິ່ງແວດລ້ອມ 1 ໂຄງການ (ໂຄງການປາໂກໄດ ຫີນປະເສີດ ຢູ່ ອັດຕະປື). ທິດທາງໃນຕໍ່ໜ້າແມ່ນ ເຂັ້ມງວດ ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ ຕໍ່ຜູ້ລະເມີດ; ປະເມີນ ແລະ ຈັດປະເພດ ຂອງບັນດາໂຄງການລົງທຶນຂຸດຄົ້ນບໍ່ແຮ່, ໂຄງການພະລັງງານ ແລະ ອື່ນໆ ໃຫ້ປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມໃຫ້ເຂັ້ມງວດ; ຄົ້ນຄວ້າ ປັບປຸງ ບັນດາກົດໝາຍ ແລະ ນິຕິກຳ ທີ່ກຽວຂ້ອງ ໃຫ້ສາມາດເປັນເຄື່ອງມີໃນການປະຕິບັດມາດຕະການຕໍ່ກັບຜູ້ລະເມີດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ