ວັນທີ 5 ຕຸລາ 2026 ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຈໍາປາສັກ ແຂວງຈໍາປາສັກ, ອອກແຈ້ງການເພີ່ມທະວີເອົາໃຈໃສ່ເຝົ້າລະວັງການລະບາດພະຍາດປາກເປື່ອຍລົງເລັບ. ນັບແຕ່ວັນທີ 21 ກັນຍາ 2026 ມາຮອດປະຈຸບັນນີ້ໄດ້ເກີດມີການລະບາດພະຍາດປາກເປື່ອຍລົງເລັບຢູ່ໃນ 14 ບ້ານຄື: ບ້ານໜອງຜ້າ, ບ້ານສົ້ມໂຮງ, ບ້ານທ່າຕານ, ບ້ານໃໝ່ກາງ, ບ້ານໜອງຂາມ, ບ້ານໜອງວຽນ, ບ້ານຫ້ວຍສາ ຫົວ, ບ້ານໜອງເດີ່ນ, ບ້ານໜອງຫໍ, ບ້ານກະຕົບ, ບ້ານນາສະຫວ່າງ, ບ້ານດອນກອງ, ບ້ານໜອງຂາມ ແລະ ບ້ານໂພນ ແພງ. ເຊິ່ງມີສັດຕິດເຊື້ອທັງໝົດ 423 ໂຕ (ຄວາຍ 53 ໂຕ, ງົວ 370 ໂຕ) ສັດຕາຍ 5 ໂຕ (ງົວ) ເຊິ່ງໄດ້ສ້າງຜົນ ກະທົບໂດຍກົງຕໍ່ການລ້ຽງສັດຂອງປະຊາຊົນຢ່າງໜັກໜ່ວງພໍສົມຄວນ.
ກ່ຽວກັບມາດຕາການກັນ ແລະ ເຝົ້າລະວັງພະຍາດປາກເປື່ອຍລົງ ປະຕິບັດ ຕາມຂັ້ນຕອນດັ່ງນີ້:
1. ໃຫ້ກັກຂັງສັດແຍກສັດທີ່ເຈັບປວ່ຍອອກຈາກຝູງແລ້ວທໍາການປິ່ນປົວຕາມອາການດ້ວຍການນໍາໃຊ້ຢາພື້ນເມືອງ (ສົ້ມ, ຝາດ) ຢາຂ້າເຊື້ອຕ່າງໆທາບໍລິເວນປາກ ຫລື ຕົນທີ່ເປັນຕຸ່ມເປື່ອຍ
2. ຫ້າມບໍ່ໃຫ້ຂ້າສັດ ນັບທັງສັດທີ່ແຂງແຮງ ຫລື ສັດເຈັບໃນເຂດພະຍາດລະບາດ.
3. ຫ້າມນໍາເອົາຊີ້ນສ່ວນຕ່າງໆຂອງສັດຕາຍໄປປຸງແຕ່ງເປັນອາຫານ ຫລື ຈໍາໜ່າຍຊື້ຂາຍ
4. ຫ້າມເຈົ້າຂອງສັດປະປອ່ຍຊາກສັດທີ່ຕາຍເນົ່າເປື່ອຍ ຫລື ຖິ້ມລົງແມ່ນໍ້າລໍາເຊເດັດຂາດ, ແມ່ນໃຫ້ທໍາລາຍຊາກຖິ້ມ ໂດຍການຈຸດ ຫລື ຝັງດິນໃຫ້ເລິກ ແລ້ວໂຮຍດ້ວຍປູນຂາວ.
5. ໃຫ້ເຮັດອະນາໄມ ແລະ ຂ້າເຊື້ອພະຍາດດ້ວຍປູນຂາວ ຫລື ຢາຂ້າເຊື້ອອື່ນໆ ໃນບ່ອນທີ່ພົບສັດເຈັບ ຫລື ຕາຍ
6. ໃຫ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນກວດກາ ຫ້າມບໍ່ໃຫ້ເຄື່ອນຍ້າຍສັດ ງົວ, ຄວາຍ, ແບ້ ຫລື ຜະລິດຕະພັນສັດ
7. ໃຫ້ພໍ່ແມ່ປະຊາຊົນຜູ້ທີ່ມີສັດລ້ຽງຈົ່ງໄດ້ເອົາໃຈໃສ່ຕິດຕາມ, ກວດກາ, ເຝົ້າລະວັງພະຍາດຢ່າງໃກ້ຊິດ, ຖ້າຫາກພົບ ເອົາໃຈໃສ່ປະສານສົມທົບກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເພື່ອພ້ອມກັນແກ້ໄຂ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ທ່ວງທັນກັບເວລາ.