ວິທະຍາໄລຄູດົງຄໍາຊ້າງ ຖືກຍົກລະດັບໃຫ້ເປັນ ມະຫາວິທະຍາໄລ ສ້າງຄູແຫ່ງຊາດ ເພື່ອຍົກລະດັບ ວຽກງານສ້າງບຸກຄະລາກອນຄູ ໃຫ້ເປັນມາດຕະຖານ ຕອບສະໜອງໄດ້ກັບການພັດທະນາບຸກຄະລາກອນຄູໃນປັດຈຸບັນ . ໃນວັນທີ 6 ຕຸລາ 2026 ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (07 ຕຸລາ 1994 – 07 ຕຸລາ 2026) ພ້ອມທັງປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການ ຢູ່ທີ່ມະຫາວິທະຍາໄລດັ່ງກ່າວ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີອັນສະຫງ່າລາສີນີ້ໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳ, ອະດີດການນຳ, ພະນັກງານ, ຄູ-ອາຈານ ແລະ ແຂກຖືກເຊີນຢ່າງພ້ອມພຽງ.
ພິທີໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະ-ວັນນະຄະດີຈາກນັກຮຽນ-ນັກສຶກສາ ຢ່າງຟົດຟື້ນມ່ວນຊື່ນ ບໍ່ວ່າຈະເປັນບົດຟ້ອນອວຍພອນວັນຄູ, ການຮ້ອງບົດເພງ “7 ຕຸລາໝັ້ນຍືນ” ແລະ ການອ່ານກອນອວຍພອນວັນຄູ ເພື່ອສະແດງຄວາມກັນຕະຍູກະຕະເວທີ ຕໍ່ພໍ່ແມ່ຄູ-ອາຈານ ຜູ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາໃນການອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມໃຫ້ກາຍເປັນພົນລະເມືອງດີຂອງຊາດ.
ໃນພິທີ, ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ແລະ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ໂດຍເຫັນດີແຕ່ງຕັ້ງ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຄະນະປະຈຳພັກກະຊວງ, ເປັນຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ທ່ານ ຮສ ນາງ ວົງເດືອນ ໂອໃສ ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ເປັນຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ.