160 ຫົວໜ່ວຍ ນໍາສິນຄ້າ ວາງສະແດງສິນຄ້າຜະລິດຕະພັນລາວ 2026

06 Oct 2026

ຄລິກແຊຣ໌ 0 Facebook WhatsApp

ວາງສະແດງສິນຄ້າຜະລິດຕະພັນລາວ 2026 (Made in Laos 2026) ເປີດເປັນທາງການ ມີ 204 ຫ້ອງວາງສະແດງ ຈາກ 17 ແຂວງ ແລະ ມີ 160 ຫົວໜ່ວຍທຸລະກິດ ເຂົ້າຮ່ວມນໍາສິນຄ້າວາງສະແດງ

ພິທີໄດ້ ຈັດຂຶ້ນວັນທີ 5 ຕຸລາ 2026 ທີ່ສູນການຄ້າລາວ-ໄອເຕັກ ໂດຍມີທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຂະແໜງການພາກລັດທີ່ກ່ຽວຂ້ອງ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຜູ້ຊີ້ນໍາວຽກງານວາງສະແດງ ກ່າວວ່າ: ງານ Made in Laos 2026 ຈະຈັດຂຶ້ນໃນວັນທີ 3-11 ຕຸລາ 2026 ລວມ 9 ວັນ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ປີນີ້ ສະພາການຄ້າ ແລະ ອຸດສາຫະກຳແຂວງຫົວພັນຮ່ວມເປັນເຈົ້າພາບໂດຍຈະອອກແບບພື້ນທີ່ Booth Pavilion ເປັນພິເສດ ເພື່ອນຳສະເໜີວິຖີຊີວິດ ຮີດຄອງປະເພນີ ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວຂອງແຂວງຫົວພັນ ໃຫ້ກວ້າງຂວາງ.

ງານຄັ້ງນີ້ໄດ້ມີສິນຄ້າທີ່ຜະລິດ ແລະ ປະກອບຢູ່ ສປປ ລາວ ເຂົ້າຮ່ວມ ກວ່າ 204 ຫ້ອງ ຈາກ 17 ແຂວງ ແລະ 160 ຫົວໜ່ວຍທຸລະກິດ ມີຫຼາຍຂະແໜງການເຊັ່ນ ສິນຄ້າ Made in Laos ສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ (ODOP) ຫັດຖະກຳ ແຜ່ນແຜ ຜ້າຝ້າຍ ຜ້າໄໝ ເຄື່ອງເງິນ ເຟີນີເຈີ ອາຫານ-ເຄື່ອງດື່ມ ກະສິກຳ-ການປຸງແຕ່ງ ອຸດສາຫະກຳໜັກ-ເບົາ ທ່ອງທ່ຽວ ບໍລິການ ແລະ ຂົນສົ່ງ ຈາກພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຣາຊະອານາຈັກໄທ ສສ ຫວຽດນາມ ສປຈີນ ແລະ ອິນໂດເນເຊຍ ເຂົ້າມາຮ່ວມວາງສະແດງໃນງານຄັ້ງນີ້ນໍາອີກລວມມູນຄ່າຫຼາຍຕື້ກີບ.

ພາຍໃນງານຍັງຈະມີກິດຈະກຳຫຼາຍຮູບແບບເຊັ່ນ ກິດຈະກຳໃຫ້ຄວາມຮູ້ ງານພົບປະທຸລະກິດ ການແລກປ່ຽນດ້ານວິຊາການ ແລະ ກິດຈະກຳແຈກລາງວັນເພື່ອເປີດໂອກາດໃຫ້ຜູ້ປະກອບການໄດ້ພົບປະຄູ່ຄ້າ ແລະ ນຳສະເໜີສິນຄ້າສູ່ຜູ້ບໍລິໂພກໃຫ້ນັບມື້ນັບເພີ່ມຂຶ້ນ ສົ່ງເສີມໃຫ້ສິນຄ້າລາວສົ່ງອອກສູ່ສາກົນ ແລະ ຫຼຸດຜ່ອນການນໍາເຂົ້າ ເພື່ອເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

ນອກນີ້ໃນພິທີດັ່ງກ່າວຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ໜ່ວຍທຸລະກິດຈໍານວນໜຶ່ງທີ່ໃຫ້ການສະໜັບສະໜູນການຈັດງານຄັ້ງນີ້ຕື່ມອີກ.

ພ້ອມນັ້ນ ຍັງໄດ້ມອບທຸງໝູນວຽນເຈົ້າພາບຈາກສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫົວພັນ ໃຫ້ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ບໍລິຄໍາໄຊ ເປັນເຈົ້າພາບຕໍ່ໃນປີ 2027.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ