ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໃນ 9 ເດືອນ ປີ 2026 ເສດຖະກິດຂະຫຍາຍຕົວ 4.8% ແຕ່ອັດຕາເງິນເຟີ້, ກະສິກຳ ແລະ ໂຄງລ່າງພື້ນຖານຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງ.
ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ວ່າ: 9 ເດືອນ ເສດຖະກິດສືບຕໍ່ຂະຫຍາຍຕົວ ຢູ່ໃນລະດັບ 4.8% ທຽບໃສ່ໄລຍະດຽວຂອງ ປີຜ່ານມາ ຂະຫຍາຍຕົວໃນລະດັບ 4.6% ຈາກແຮງຍູ້ຂະແຫນງອຸດສາຫະກໍາປຸງແຕ່ງ, ການລົງທຶນຂອງພາກເອກະຊົນ ມີການຂະຫຍາຍຕົວ; ຂະແຫນງພະລັງງານໄຟຟ້າ ກໍສືບຂະຫຍາຍຕົວດີ ເນື່ອງຈາກເລີ່ມມີການຜະລິດຈາກພະລັງງານລົມ.
ການບໍລິການຂາຍຍົກ-ຂາຍຍ່ອຍ, ບໍລິການພາກລັດ ແລະ ການບໍລິການດ້ານທີ່ພັກອາໄສ ແລະ ອາຫານ ຕິດພັນກັບການທ່ອງທ່ຽວ ກໍຂະຫຍາຍຕົວ, ເຊິ່ງສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວຂອງປີຜ່ານມາ.
ແຕ່ກໍເຫັນວ່າຂະແໜງກະສິກໍາ ມີຄວາມສ່ຽງທີ່ຈະບໍ່ບັນລຸຄາດຫມາຍ ຍ້ອນຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ການຂົນສົ່ງເພີ່ມສູງຂຶ້ນ, ບາງກິດຈະການຊະລໍການຜະລິດ, ບວກກັບການລະບາດພະຍາດອະຫິວາຫມູອາຟຣິກາ ແລະ ໄພພິບັດທໍາມະຊາດ ທີ່ສົ່ງຜົນກະທົບຕໍ່ຂະແໜງການດັ່ງກ່າວ.
ຜ່ານການຄາດຄະເນເບື້ອງຕົ້ນທ່າອ່ຽງ GDP ຫມົດປີ 2026 ຈະຂະຫຍາຍຕົວ ໃນລະດັບ 5.1%(ມະຕິສະພາ 5.5%).