ບໍລິສັດ SpaceX ຂອງ ທ່ານ ອີລອນ ມັສກ໌ (Elon Musk) ປະສົບຜົນສຳເລັດອີກບາດກ້າວໜຶ່ງໃນການທົດສອບຍານອະວະກາດຍັກ Starship ໃນຖ້ຽວບິນທີ 14 (Flight 14) ຈາກຖານຍິງ Starbase ລັດເທັກຊັດ ສະຫະລັດອາເມຣິກາ ເຊິ່ງເປັນຄັ້ງທຳອິດທີ່ຍານລຳນີ້ສາມາດຂຶ້ນສູ່ ວົງໂຄຈອນໂລກ (Orbital insertion) ໄດ້ຢ່າງສົມບູນ ຫຼັງຈາກການທົດສອບ 13 ຖ້ຽວບິນກ່ອນໜ້ານີ້ເປັນພຽງການບິນແບບຍ່ອຍ (Sub-orbital).
ໃນພາລະກິດຄັ້ງປະຫວັດສາດນີ້, ຍານ Starship ຍັງໄດ້ບັນທຸກ ແລະ ປ່ອຍດາວທຽມອິນເຕີເນັດລຸ້ນໃໝ່ຫຼ້າສຸດ Starlink V3 ຈຳນວນ 26 ດວງ ເຂົ້າສູ່ວົງໂຄຈອນ ເຊິ່ງເປັນດາວທຽມຂະໜາດໃຫຍ່ທີ່ມີປະສິດທິພາບໃນການຮັບ-ສົ່ງຂໍ້ມູນໄວຂຶ້ນກວ່າລຸ້ນກ່ອນຫຼາຍເທົ່າຕົວ.
ສ່ວນຕົວຈະຫຼວດຍູ້ດັນຂະໜາດຍັກ Super Heavy ໄດ້ແຍກຕົວອອກຢ່າງສົມບູນ ແລະ ສາມາດຈູດເຄື່ອງຍົນຊະລໍຄວາມໄວເພື່ອກັບລົງສູ່ພື້ນຜິວນ້ຳໃນເຂດອ່າວເມັກຊິໂກໄດ້ຕາມແຜນ. ສຳລັບຕົວຖານ Starship ຫຼັງຈາກປ່ອຍດາວທຽມ ແລະ ໂຄຈອນອ້ອມໂລກ ກໍໄດ້ເລີ່ມຕົ້ນຂັ້ນຕອນການກັບເຂົ້າສູ່ຊັ້ນບັນຍາກາດ ເພື່ອທົດສອບເກາະກັນຄວາມຮ້ອນ ກ່ອນຈະລົງຈອດສູ່ມະຫາສະໝຸດປາຊີຟິກ.
ຄວາມສຳເລັດຂອງ Flight 14 ນີ້ ຖືເປັນໝຸດໝາຍສຳຄັນຂອງມະນຸດຊາດໃນການພັດທະນາຍານອະວະກາດທີ່ສາມາດນຳກັບມາໃຊ້ໃໝ່ໄດ້ 100%, ທັງຍັງເປັນພື້ນຖານສຳຄັນສຳລັບໂຄງການ Artemis ຂອງອົງການ NASA ທີ່ຈະສົ່ງມະນຸດໄປຢຽບດວງຈັນອີກຄັ້ງໃນອະນາຄົດອັນໃກ້ນີ້.
ແຟ້ມພາບ / ພາບປະກອບ: SpaceX (CC BY-NC 2.0)
ແຫຼ່ງຂໍ້ມູນ: SpaceX, Space.com, Fox Business