ທ່ານ ບຸນໂຈມ ອຸບັນປະເສີດ ມອບປືນຄືນໃຫ້ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ

25 Sep 2026

ຄລິກແຊຣ໌ 0 Facebook WhatsApp

ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ, ໄດ້ສະໝັກໃຈນຳ ອາວຸດປືນ ຈຳນວນ 02 ກະບອກ, ມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະັຫວັນນະເຂດ.

ການມອບ – ຮັບຄັ້ງນີ້, ແມ່ນເພື່ອປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດສະບັບເລກທີ 14/ສພຊ ລົງວັນທີ 07 ສິງຫາ 2024, ຄໍາສັງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ ນຍ, ລົງວັນທີ 07 ສິງຫາ 2024, ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມແຈ້ງການ ວ່າດ້ວຍການຈັດຕັ້ງປະຕິບັດ, ຄຳສັ່ງຂອງນາຍົກລັດຖະມົນຕີ, ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 311/ ປກສ, ລົງວັນທີ 16 ກໍລະກົດ 2026, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2199 / ປກສ, ອີງຕາມ ຄຳສັ່ງການຈັດຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 31 / ຄ.ປກຊ-ປກສ, ລົງວັນທີ 24 ມີຖຸນາ 2026, ເຊິ່ງໃນນີ້ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ກໍ່ໄດ້ກ່າວມອບປືນຈຳນວນ 02 ກະບອກ ແລະ ເຊັນບົດບັນທຶກ ກ່າວຮັບ ໂດຍທ່ານ ພົຈວາ ລໍາພົງ ໄຊທອງ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະຫ້ອງທີ່ກ່ຽວຂ້ອງເຂົ້າຮ່ວມໃນການມອບ-ຮັບໃນຄັ້ງນີ້.

ຂໍ້ມູນ ປກສ ສະຫວັນນະເຂດ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ