ຄວາມສະອາດຈົບງາມຕ້ອງມາກ່ອນ ເມືອງອະນຸວົງ ຊຸກຍູ້ກະຕ່າໃສ່ຂີ້ເຫຍື້ອໃຫ້ປະຊາຊົນ

23 Sep 2026

ຄລິກແຊຣ໌ 0 Facebook WhatsApp

ຊົມເຊີຍການນໍາເມືອງອະນຸວົງ ແຂວງໄຊສົມບູນ ລົງຊຸກຍູ້ ແລະ ມອບກະຕ່າໃສ່ຂີ້ເຫຍື້ອໃຫ້ຄອບຄົວທຸກຍາກ 2 ບ້ານເທດສະບານເມືອງ ໃນຕອນບ່າຍ ວັນທີ 21 ກັນຍາ 2026  ທ່ານ ລືມົວ ໄຊຢ່າ ປະທານແນວລາວສ້າງຊາດເມືອງ ຫົວໜ້າຄະນະອະນຸກໍາມະການສ້າງຄອບຄົວສະອາດ, ສີຂຽວ ແລະ ຍືນຍົງ ຕາງ ນໍາເອົາ ກະຕ່າ ໃສ່ຂື້ເຫຍື້ອ ຈໍານວນ 29 ໜ່ວຍ ເປັນມູນຄ່າ 3,625,000 ກີບ ໄປມອບໃຫ້ຄອບຄົວທຸກຍາກ ຈໍານວນ 29 ຄອບຄົວ ຢູ່ທີ່ຫ້ອງການບ້ານ ພູຫົວຊ້າງ 15 ຄອບຄົວ ແລະ ຫ້ອງການບ້ານຜາສະຫງົບ 14 ຄອບຄົວ.

ການມອບ-ຮັບກະຕ່າໃສ່ຂີ້ເຫຍື້ອ ໃນຄັ້ງນີ້ ແມ່ນເພື່ອແນໃສ່ແກ້ໄຂວຽກງານຄຸ້ມຄອງ ແລະ ພັດທະນາຕົວເມືອງ ຕາມທິດສະອາດ, ສີຂຽວ ແລະ ຍືນຍົງ ໃຫ້ແກ່ບັນດາຄອບຄົວທີ່ທຸກຍາກ ບໍ່ສາມາດເຂົ້າເຖິງການຄຸ້ມ, ການບໍລິການຂີ້ເຫຍື້ອ ໃຫ້ປາສະຈາກສິ່ງເປີເປື້ອນ, ຂີ້ເຫຍື້ອ, ມົນລະພິດທາງອາກາດ, ການຮັກສາຄວາມສະອາດຕາມຫຼັກສຸຂະອະນາໄມພາຍໃນຄອບຄົວ, ສິ່ງແວດລ້ອມອ້ອມຂ້າງ, ເພື່ອປາສະຈາກໂລກໄພໄຂ້ເຈັບ ແລະ ພະຍາດຕ່າງໆ, ຮັບປະກັນບໍ່ໃຫ້ມີການຖິ້ມຂີ້ເຫຍື້ອຊະຊາຍ ແລະ ເຮັດໃຫ້ຄອບຄົວທີ່ທຸກຍາກສາມາດບັນລຸມາດຕະຖານ, ເງື່ອນໄຂ ແລະ ບັນດາຕົວຊີ້ວັດຂອງຄອບຄົວສະອາດ, ສີຂຽວ ແລະ ຍືນຍົງຢ່າງສົມບູນ.

ຂ່າວ ເມືອງອະນຸວົງ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ