ກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ ເຂດເສດຖະກິດບໍ່ເຕ່ນແດນງາມ

12 Sep 2026

ຄລິກແຊຣ໌ 0 Facebook WhatsApp

ໃນຕອນບ່າຍຂອງວັນທີ 11 ກັນຍາ 2026 ທີ່ເຂດເສດຖະກິດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບເງິນ, ເຂົ້າສານ ແລະ ນໍ້າດື່ມເພື່ອມອບໃຫ້ ເຂດເສດຖະກິດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ໃນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມໃນທ້າຍເດືອນ ສິງຫາ ທີ່ຜ່ານມາ.

ໂດຍຕາງໜ້າໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍຄະນະ ມອບ ເຂົ້າສານ 700 ຖົງ, ນໍ້າດື່ມ 200 ແພັກ ແລະ ເງິນສົດ ລວມທັງໝົດ 350,000,000 ກີບ ແລະ ໄດ້ລົງໄປສໍາຫຼວດຫຼາຍຈຸດທີ່ຖືກນໍ້າຖ້ວມ, ຕາງໜ້າການນໍາ ແລະ ປະຊາຊົນ ເຂດເສດຖະກິດ ບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ຮັບໂດຍ ທ່ານ ຄໍາຟອງ ອິນມານີ ປະທານຄະນະກໍາມະການປົກຄອງແຂວງ ຫຼວງນໍ້າທາ ພ້ອມດ້ວຍຄະນະ ໃນໂອກາດດັ່ງກ່າວ ທ່ານ ຄໍາຟອງ ອິນມານີ ປະທານຄະນະກໍາມະການປົກຄອງແຂວງ ແຂວງຫຼວງນໍ້າທາ ໄດ້ກ່າວສະແດງຄວາມຂອບໃຈ ຄະນະນໍາກະຊວງ ຍທຂ ແລະ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ຍທຂ ທີ່ໃຫ້ການຊ່ວຍເຫຼືອ ພ້ອມທັງຈະນໍາເອົາ ວັດຖຸ-ປັດໄຈ ທີ່ໄດ້ຮັບຄັ້ງນີ້ ນໍາໄປເຄື່ອນໄຫວ ຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມຢ່າງທົ່ວເຖິງ.

      ໂອກາດ ທີ່ເຄື່ອນໄຫວ ຄັ້ງນີ້ ຄະນະນໍາກະຊວງ ຍທຂ ຍັງໄດ້ ລົງຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ເປັນຕົ້ນແມ່ນ ພື້ນທີ່ອາຄານ ດ່ານສາກົນ, ເດີ່ນສະໜາມຈອດລົດຂົນສົ່ງ, ສະພາບຜົນກະທົບຕໍ່ພື້ນຖານໂຄງລ່າງ, ເສັ້ນທາງ, ແລວທາງລົດໄຟ, ຮ່ອງນໍ້າ ແລະ ຂົວຂ້າມນໍ້າຂອງປະຊາຊົນຢູ່ບໍລິເວນ ເຂດເສດຖະກິດບໍ່ເຕ່ນແດນງາມ.

      ພາຍຫຼັງ ລົງຕິດຕາມ ກໍ່ໄດ້ຮັບການລາຍງານສະພາບຜົນກະທົບທີ່ເກີດຂຶ້ນ ແລະ ການແກ້ໄຂເຫດສຸກເສີນ ຈາກປະທານຄະນະກໍາມະການປົກຄອງແຂວງ ແລະ ຫາລືວິິທີການຈັດຕັ້ງປະຕິບັດ ເພື່ອຍົກລະດັບຟື້ນຟູ ກໍ່ສ້າງຕາໜ່າງຄົມມະນາຄົມພາຍໃນເຂດ ໃຫ້ມີຄວາມສະດວກ ໂລ່ງລ່ຽນຂຶ້ນກວ່າເກົ່າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ