ໃນຕອນບ່າຍຂອງວັນທີ 4 ກັນຍາ 2026 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດພິທີເຊັນສັນຍາສະໜອງທຶນ ລະຫວ່າງ ທສວ ແລະ ທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ ພາຍໃຕ້ບ້ວງເງິນປະກອບທຶນຂອງລັດຖະບານໃຫ້ ທສວ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປັນສັກຂີພະຍານ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍບັນດາສະມາຊິກສະພາບໍລິຫານ ທສວ, ບັນດາກະຊວງທີ່ກ່ຽວຂ້ອງ, ບັນດາທະນາຄານທຸລະກິດ ແລະ ພາກທຸລະກິດ ເຂົ້າຮ່ວມ

ພິທີເຊັນສັນຍາສະໜອງທຶນໃນຄັ້ງນີ້ ເປັນທຶນທີ່ ທສວ ໄດ້ຮັບປະຈໍາ 6 ເດືອນຕົ້ນປີ 2026 ຈໍານວນ 100 ຕື້ກີບ ແລະ ໄດ້ຈັດສັນ ຈໍານວນ 93 ຕື້ກີບ ເພີ່ມທຶນໃຫ້ 3 ທະນາຄານທຸລະກິດ ລາຍລະອຽດມີດັ່ງນີ້:
– ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ມູນຄ່າ 30 ຕື້ກີບ (ຜ່ານມາໄດ້ຮັບແລ້ວ 126.64 ຕື້ກີບ, ລວມທຶນທີ່ໄດ້ຮັບທັງໝົດ 156.64 ຕື້ກີບ).
– ທະນາຄານພັດທະນາລາວ ມູນຄ່າ 30 ຕື້ກີບ (ຜ່ານມາໄດ້ຮັບແລ້ວ 204 ຕື້ກີບ, ລວມທຶນທີ່ໄດ້ຮັບທັງໝົດ 234 ຕື້ກີບ);
– ທະນາຄານສົ່ງເສີມກະສິກຳ ມູນຄ່າ 33 ຕື້ກີບ (ຜ່ານມາໄດ້ຮັບແລ້ວ 80 ຕື້ກີບ, ລວມທຶນທີ່ໄດ້ຮັບທັງໝົດ 113 ຕື້ກີບ).

ການສະໜອງທຶນໃຫ້ທະນາຄານທຸລະກິດໃນຄັ້ງນີ້ ຈຸດປະສົງ ກໍເພື່ອໃຫ້ທະນາຄານທຸລະກິດ ນຳທຶນໄປສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ທີ່ເປັນຫົວໜ່ວຍບູລິມະສິດທ່າແຮງຂອງແຂວງ-ນະຄອນຫຼວງ ທີ່ມີເງື່ອນໄຂຄົບຖ້ວນໃນຂະແໜງບູລິມະສິດຂອງລັດຖະບານ ເປັນຕົ້ນແມ່ນຂະແໜງການຜະລິດສິນຄ້າ (ກະສິກໍາ, ຫັດຖະກໍາ, ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ) ແລະ ຂະແໜງການຄ້າ ທີ່ດໍາເນີນການ ກ່ຽວກັບ ການເກັບຊື້ຜົນຜະລິດກະສິກໍາ ເພື່ອສະໜອງໂຮງງານ ແລະ ສົ່ງອອກຕ່າງປະເທດ ແນໃສ່ປະກອບສ່ວນຜັນຂະຫຍາຍນະໂຍບາຍອັນສໍາຄັນຂອງລັດຖະບານ ໂດຍສະເພາະແມ່ນ ເພື່ອສຸມໃສ່ຊຸກຍູ້ການຜະລິດພາຍໃນໃຫ້ເຂັ້ມແຂງ, ສ້າງຄວາມເປັນເຈົ້າຕົນເອງ, ທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ ເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາສູ່ປະເທດເຮົາໃຫ້ນັບມື້ຫຼາຍຂຶ້ນ.